ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຍັງ​ຊັ່ງ​ຊາ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ

(VOVWORLD) -ທ່ານ Antony Blinken ໃຫ້ຮູ້ວ່າ ເງື່ອນໄຂເພື່ອໃຫ້ ລັດເຊຍ ສະແດງຄວາມປາດຖະໜາປະຕິບັດການເຈລະຈາ ແມ່ນງ່າຍດາຍ, ເຂົາເຈົ້າຕ້ອງການຫຼຸດຄວາມເຄັ່ງຕຶງລົງພຽງເທົ່ານັ້ນ.
ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຍັງ​ຊັ່ງ​ຊາ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ວັນທີ 13 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ການດຳເນີນເຈລະຈາຍັງຊັ່ງຊາຢູ່ ເພື່ອແນໃສ່ຢຸດຕິການໂຕ້ຖຽງກັບ ລັດເຊຍ ກ່ຽວກັບບັນຫາ ຢູແກຼນ. ກ່າວຄຳເຫັນພາຍຫຼັງການເຈລະຈາທີ່ຈັດຂຶ້ນໃນວັນທີ 12 ກຸມພາ ກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ສ.ເກົາຫຼີ ຢູ່ Hawaii, ອາເມລິກາ, ທ່ານ Antony Blinken ໃຫ້ຮູ້ວ່າ ເງື່ອນໄຂເພື່ອໃຫ້ ລັດເຊຍ ສະແດງຄວາມປາດຖະໜາປະຕິບັດການເຈລະຈາ ແມ່ນງ່າຍດາຍ, ເຂົາເຈົ້າຕ້ອງການຫຼຸດຄວາມເຄັ່ງຕຶງລົງພຽງເທົ່ານັ້ນ.

ກ່ອນໜ້ານັ້ນ, ໃນການເຈລະຈາທີ່ແກ່ຍາວເປັນເວລາ 1 ຊົ່ວໂມງກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 12 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຊີ້ແຈ້ງວ່າ ອາເມລິກາ ພ້ອມແລ້ວທີ່ຈະເລືອກເອົາເສັ້ນທາງການທູດໃນຂະນະທີ່ກະກຽມວິທີອື່ນ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ລັດເຊຍ Putin ກໍເຫັນດີສືບຕໍ່ເຈລະຈາ ແຕ່ເນັ້ນໜັ້ກວ່າ ລັດເຊຍ ຍັງບໍ່ທັນເຫັນໄດ້ເຖິງຄວາມຕັ້ງໜ້າຂອງບັນດາປະເທດຝ່າຍຕາເວັນຕົກໃນການກະຕຸກຊຸກຍູ້ ຢູແກຼນ ປະຕິບັດຂໍ້ຕົກລົງ Minsk ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ