ອາ​ເມ​ລິ​ກາ ແລະ ລັດ​ເຊຍ​ສ້າງ​ ​ໂທ​ລະ​ສັບສາຍ​ດ່ວນ​ຕິດ​ຕໍ່ທາງ​ການ​ທະ​ຫານ​ເພື່ອ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ແບບ​ບັງ​ເອີນ

(VOVWORLD) -ກອງທັບອາເມລິກາ ໄດ້ສ້າງຊ່ອງທາງຕິດຕໍ່ໂດຍກົງກັບກອງທັບ ລັດເຊຍ ເພື່ອສະກັດກັ້ນ “ການຄິດໄລ່ຜິດພາດ” ຫຼື “ປີນຂັ້ນໄດ”, ໃນສະພາບທີ່ລັດເຊຍ ພວມຜັນຂະຫຍາຍບັ້ນຮົບການທະຫານພິເສດຢູ ຢູແກູນ.

ອາ​ເມ​ລິ​ກາ ແລະ ລັດ​ເຊຍ​ສ້າງ​ ​ໂທ​ລະ​ສັບສາຍ​ດ່ວນ​ຕິດ​ຕໍ່ທາງ​ການ​ທະ​ຫານ​ເພື່ອ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ແບບ​ບັງ​ເອີນ - ảnh 1ພາບປະກອບ: Reuters

ມີໂຄສົກທຳນຽບ 5 ແຈທ່ານໜຶ່ງໄດ້ຢັ້ງຢືນກັບນັກຂ່າວໜັງສືພິມ The Hill ວ່າ, ວັນທີ 1 ມີນາຜ່ານມາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ສ້າງໂທລະສັບສາຍດ່ວນເພື່ອຕິດຕໍກັບກະຊວງປ້ອງກັນປະເທດ ລັດເຊຍ ດ້ວຍເປົ້າໝາຍສະກັດກັ້ນການຄິດໄລ່ຜິດພາດ, ບັນດາເຫດທີ່ເກີດຂຶ້ນດ້ານການທະຫານ ແລະ ການກະທຳປີນຂັ້ນໄດ. ອາເມລິກາຮັກສາບາງຊ່ອງທາງເພື່ອປຶກສາຫາລືບັນດາຄວາມໝັ້ນຄົງສຳຄັນກັບ ລັດເຊຍ ໃນກໍລະນີຜິດປົກກະຕິ ຫຼື ຮີບດ່ວນ.

ໃນຂະນະນັ້ນຕາມສຳນັກຂ່າວສານ CNN ແລ້ວ, ໂດຍພື້ນຖານ ໂທລະສັບສາຍດ່ວນນີ້ ແມ່ນການແລກປ່ຽນເບີໂທລະສັບ, ຈາກສູນສູ້ຮົບຂອງກອງບັນຊາການເອີລົບກອງທັບອາເມລິກາ ເຊິ່ງຕັ້ງທັບຢູ່ນະຄອນ Stuttgart,  , ເຢຍລະມັນ ແລະ ເບີໂທລະສັບຈາກກະຊວງປ້ອງກັນປະເທດລັດເຊຍ ຢູ່ມົດສະກູ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ