ອາເມລິກາ ແລະ ຫວຽດນາມ ເຊັນບົດບັນທຶກມອບຮັບໜ້າພຽງເພື່ອເລີ່ມຕົ້ນກຳຈັດທາດດີໂອຊິນຢູ່ເຂດສະໜາມບິນ ບຽນຮ່ວາ

(VOVWORLD) -  ສະໜາມບິນ ບຽນຮ່ວາ ແມ່ນບ່ອນທີ່ ອາເມລິກາ ພົ່ນທາດພິດດີໂອຊິນໃສ່ຫລາຍກ່ວາໝູ່ໃນສະໄໝສົງຄາມຢູ່ ຫວຽດນາມ, ແມ່ນບ່ອນທີ່ມີມົນລະພິດດີໂອຊິນເຫຼືອຫລາຍທີ່ສຸດຢູ່ ຫວຽດນາມ. 

ວັນທີ 01 ພະຈິກ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມກັບທ່ານ Bonnie Glick ຮອງຜູ້ອຳນວຍການທົ່ວໂລກອົງການພັດທະນາສາກົນ ອາເມລິກາ (USAID), ທ່ານ Daniel J.Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທ່ານ Michael Greene ຜູ້ອຳນວຍການອົງການ USAID ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກມອບໜ້າພຽງ 37 ເຮັກຕາຢູ່ສະໜາມບິນ ບຽນຮ່ວາ ຈາກເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ໃຫ້ USAID. ນີ້ແມ່ນຂີດໝາຍເລີ່ມຕົ້ນສຳຄັນໃນໂຄງການກຳຈັດມົນລະພິດດີໂອຊິນຢູ່ເຂດສະໜາມບິນ ບຽນຮ່ວາ.

ອາເມລິກາ ແລະ ຫວຽດນາມ ເຊັນບົດບັນທຶກມອບຮັບໜ້າພຽງເພື່ອເລີ່ມຕົ້ນກຳຈັດທາດດີໂອຊິນຢູ່ເຂດສະໜາມບິນ ບຽນຮ່ວາ - ảnh 1 ພິທີເຊັນບົດບັນທຶກ (ພາບ: vn.usembassy.gov)

        ທີ່ພິທີມອບຮັບ, ທ່ານ Bonnie Glick ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຄວາມມານະພະຍາຍາມຮ່ວມກັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢູ່ ບຽນຮ່ວາ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກ່ວາ ໂດຍຜ່ານບັນດາການເຄື່ອນໄຫວແກ້ໄຂມໍລະດົກຈາກສົງຄາມ.

        ສະໜາມບິນ ບຽນຮ່ວາ ແມ່ນບ່ອນທີ່ ອາເມລິກາ ພົ່ນທາດພິດດີໂອຊິນໃສ່ຫລາຍກ່ວາໝູ່ໃນສະໄໝສົງຄາມຢູ່ ຫວຽດນາມ, ແມ່ນບ່ອນທີ່ມີມົນລະພິດດີໂອຊິນເຫຼືອຫລາຍທີ່ສຸດຢູ່ ຫວຽດນາມ. ປີ 2016, USAID ໄດ້ຮ່ວມມືກັບບັນດາອົງການເຈົ້າໜ້າທີ່ຂອງລັດຖະບານ ຫວຽດນາມ ຕີລາຄາມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ