ອາ​ເມ​ລິ​ກາ ແລະ ອີ​ຢູ ຢັ້ງ​ຢືນ​ສືບ​ຕໍ່​ໜູນ​ຊ່ວຍ ຢູ​ແກຼນ

(VOVWORLD) - ພັກປະຊາທິປະໄຕບັນລຸໄດ້ຂໍ້ຕົກລົງກັບພັກສາທາລະນະກ່ຽວກັບການໜູນຊ່ວຍໃຫ້ແກ່ ຢູແກຼນ ພາຍຫຼັງທີ່ສະພາແຫ່ງຊາດ ອາເມລິກາ ນຳເລື່ອງຊ່ວຍເຫຼືອໃຫ້ແກ່ ຢູແກຼນ ອອກຈາກຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍຂອງລັດຖະບານປະເທດນີ້, ເພື່ອແນໃສ່ສະກັດກັ້ນເລື່ອງ ລັດຖະບານ ອາເມລິກາ ຕ້ອງປິດປະຕູ.
ອາ​ເມ​ລິ​ກາ ແລະ ອີ​ຢູ ຢັ້ງ​ຢືນ​ສືບ​ຕໍ່​ໜູນ​ຊ່ວຍ ຢູ​ແກຼນ - ảnh 1ສະພາບການຂອງຕຶກອາຄານໜຶ່ງ ຢູ່ເຂດ Kharkiv (ຢູແກຼນ) ຖືກມ້າງທຳລາຍ ຍ້ອນການປະທະກັນ, ວັນທີ 22/2/2023 (ພາບ: AFP/TTXVN)

ວັນທີ 1 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ພັກປະຊາທິປະໄຕບັນລຸໄດ້ຂໍ້ຕົກລົງກັບພັກສາທາລະນະກ່ຽວກັບການໜູນຊ່ວຍໃຫ້ແກ່ ຢູແກຼນ ພາຍຫຼັງທີ່ສະພາແຫ່ງຊາດ ອາເມລິກາ ນຳເລື່ອງຊ່ວຍເຫຼືອໃຫ້ແກ່ ຢູແກຼນ ອອກຈາກຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍຂອງລັດຖະບານປະເທດນີ້, ເພື່ອແນໃສ່ສະກັດກັ້ນເລື່ອງ ລັດຖະບານ ອາເມລິກາ ຕ້ອງປິດປະຕູ. ທ່ານປະທານາທິບໍດີ Joe Biden  ຖະແຫຼງວ່າ ອາເມລິກາ ຈະບໍ່ປະ ຢູແກຼນ ໂດຍບໍ່ຫົວຊາຕໍ່ເລື່ອງໃຫ້ການຊ່ວຍເຫຼືອ ຖືກນຳອອກຈາກຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍ, ພ້ອມທັງຮຽກຮ້ອງໃຫ້ພັກສາທາລະນະ “ຢຸດຫຼີ້ນເກມດັ່ງກ່າວ”.

ກໍໃນວັນດຽວກັນ, ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ), ທ່ານ Josep Borrell ກ່າວວ່າ ຢູແກຼນ ຕ້ອງໃຫ້ການຊ່ວຍເຫຼືອດ້ານການທະຫານຕື່ມອີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ  ອີຢູ ຈະສືບຕໍ່ໜູນຊ່ວຍ ຢູແກຼນ. ທ່ານ Josep Borrell ກໍໃຫ້ຮູ້ວ່າ ອີຢູ ພວມກະກຽມຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຍາວນານໃຫ້ແກ່ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ