ອາເມລິກາຈະສືບຕໍ່ຈັດວາງພາສີສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ຂອງຈີນ

(VOVWORLD) -ຕອນເຊົ້າວັນທີ 11 ກໍລະກົດ, ຕາມເວລາຮ່າໂນ້ຍ, ແຫຼ່ງຂ່າວຈາກລັດຖະບານອາເມລິກາ ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ພວມກະກຽມປະກາດບັນຊີລາຍຊື່ບັນດາປະເພດສິນຄ້າເພີ່ມເຕີ່ມຂອງຈີນ ທີ່ມີມູນຄ່າ 200 ຕື້ USD ທີ່ຕ້ອງເສຍພາສີຂອງອາເມລິກາ. 

ອາເມລິກາຈະສືບຕໍ່ຈັດວາງພາສີສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USD ຂອງຈີນ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: ABC News)

ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫຼັງທີ 2 ຝ່າຍບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບມາດຕະການແກ້ໄຂໃຫ້ແກ່ບັນດາການຂັດແຍ້ງດ້ານການຄ້າໃນປະຈຸບັນ ພາຍຫຼັງການເຈລະຈາ. ຜູ້ຕາງໜ້າດ້ານການຄ້າອາເມລິກາ ທ່ານ Robert Lighthizer ໃຫ້ຮູ້ວ່າ, ອາເມລິກາ ຈະຈັດວາງອັດຕາພາສີ 10% ສຳລັບປະລິມານສິນຄ້ານຳເຂົ້າເພີ່ມເຕີມທີ່ມີມູນຄ່າ 200 ຕື້ USD ຂອງຈີນ.

        ຫ້ອງການຜູ້ຕາງໜ້າດ້ານການຄ້າອາເມລິກາ ຈະດຳເນີນການອະພິປາຍກ່ຽວກັບບັນດາຜະລິດຕະພັນທີ່ຖືກຈັດວາງພາສີດັ່ງກ່າວ. ເຈົ້າໜ້າທີ່ອາເມລິກາ ທ່ານໜຶ່ງຢືນຢັນວ່າ, ຈະເສຍເວລາ 2 ເດືອນເພື່ອສ້າງສຳເລັດບັນຊີລາຍຊື່ໃໝ່. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Trump ຈະຍົກອອກຂໍ້ຕົກລົງສຸດທ້າຍກ່ຽວກັບເລື່ອງຈັດວາງອັດຕາພາສີສຳລັບປະລິມານສິນຄ້ານີ້.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 10 ກໍລະກົດ, ກະຊວງການຄ້າຈີນ ຖະແຫຼງວ່າ ຈະເພີ່ມພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນສາຍໄຍແກ້ວນຳເຂົ້າຈາກອາເມລິກາ ຈາກຂອບເຂດ 4,7% - 18,6% ຂຶ້ນໃນຂອບເຂດ 33,3% - 78,2%, ເຊິ່ງຈະເລີ່ມມີຜົນສັກສິດນັບແຕ່ວັນທີ 11 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ