ອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືບັນດາມາດຕະການເພີ່ມທະວີການລົງໂທດສປປ.ເກົາຫຼີ

ອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືບັນດາມາດຕະການເພີ່ມທະວີການລົງໂທດສປປ.ເກົາຫຼີ - ảnh 1
ລັດ​ຖະ​ມົນ​ຕີກາ​ນຕ່າງປະ​ເທດ ບັນດາ​ປະ​ເທດ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ
(ພາບ: EPA/TTXVN)

(vovworld) –  ລັດຖະມົນຕີ​ກາ​ນຕ່າງປະ​ເທດ ບັນດາ​ປະ​ເທດ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ ​ໄດ້​ພົບ​ປະກັນ​ຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ ​ໃນ​ວັນ​ທີ 18/9, ກ່ອນ​ການ​ຈັດ​ກອງ​ປະຊຸມຂອງສະພາ​ຄວາມ​ໝັ້ນຄົງ ສປຊ, ​ເພື່ອ​ແນ​ໃສ່ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ ສປປ ​​ເກົາ​ຫຼີ ​ແລະ ​ເປີດກ້ວາງ​ການ​ຮ່ວມ​ມື 3 ຝ່າຍ​ພາຍຫຼັງ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 5 ຂອງ​ພຽງ​ຢາງ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ John Kerry ພ້ອມ​ກັບ​ບັນດາ​ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Fumio Kishida ​ແລະ ສ. ​ເກົາ​ຫຼິີ Yun Byung – se, ນັບ​ແຕ່​ເມື່ອ​ເຫດ​ທົດ​ລອງ​ນິວ​ເຄຼຍຄັ້ງ​ຫຼ້າ​ສຸດ​ຂອງ ສປປ ​ເກົາ​ຫຼີ. ນີ້​ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ຕົ້ນຕໍ​ໂດຍ​ບັນດາ​ການ​ນຳ​ໂລກ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ໃຫຍ່ ສປຊ ​ຄັ້ງ​ນີ້. ຖະ​ແຫຼ​ງການ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 3 ປະ​ເທດ​ຊີ້​ແຈ້ງ​​ເລື່ອງ ສປປ ​ເກົາຫຼີ ບໍ່​ສົນ​ໃຈ​ເຖິງ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຫ້າມ​ປະ​ເທດ​ນີ້​ທົດ​ລອງ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ ​ໄດ້​ກໍ່​ຄວາມ​ກົດ​ດັນ​ອັນ​ໃຫຍ່​ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສຳລັບ​ປະຊາ​ຄົ​ມ​ໂລກ. ຕາມ​ຖະ​ແຫຼ​ງການ​ແລ້ວ, ​ເນື້ອ​ໃນ​ບັນດາ​ການ​ປຶກສາ​ຫາລື​ໄດ້ດຳ​ເນີນ​ໄປ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ສະພາ​ຄວາມ​ໝັ້ນຄົງ ສປຊ ​​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ລົງ​ໂທດ ສປປ ​ເກົາຫຼີ ​ແລະ ພິຈາລະນາ​ບັນດາ​ມາດ​ຕະການ​ອື່ນໆ​ຂອງ​ແຕ່ລະ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ຈຳກັດ​ຢ່າງ​ແຮງ​ກ່ວາ​ບັນດາ​ແຫຼ່ງ​ເງິນ​​ໃຫ້​ແກ່​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສປປ ​ເກົາ​ຫຼີ, ​ໃນ​ນັ້ນ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ກໍ່​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ສາມາດ​ມີ​ການ​ເຈລະຈາ​ທີ​່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​​ແນ​ໃສ່​ປະຕິບັດ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼ​ມ​ເກົາ​ຫຼີຢ່າງ​ສົມບູນ ​ແລະ ອາດ​ຈະ​ກວດກາ​ຄືນ​ໃນ​ແຫຼ​ມ ​ເກົາຫຼີ.


ຂ່າວ/ບົດ​ອື່ນ