ອາເມລິກາ,ຍີ່ປຸ່ນເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ 2 ຝ່າຍ

ອາເມລິກາ,ຍີ່ປຸ່ນເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ 2 ຝ່າຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump
ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe
(ພາບ: CNN)


(vovworld) - ວັນ​ທີ 10/02, ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ໄດ້​ເຫັນ​ດີຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ 2 ຝ່າຍ, ພາຍ​ຫຼັງ​ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ໃນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​ການ​ພົບ​ປະ​ຄັ້ງ​ສຸດຍອດ​ລະ​ຫວ່າງ​ການ​ນຳ 2 ທ່ານ​ຢູ່ວ​ໍ​ຊິງ​ຕັນ, ການ​ນຳ 2 ທ່ານ​ໄດ້​ຢືນ​ຢັນ​ວ່າ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຕ້ອງ​ນຳ​ໜ້າ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໃນ​ການ​ສ້າງ​ຕະ​ຫຼາດ​ເສ​ລີ ແລະ ຍຸ​ຕິ​ທຳ​ອີງ​ໃສ່​ບັນ​ດາ​ຫຼັກ​ການ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ນຳ 2 ທ່ານ​ລ້ວນ​ແຕ່ບໍ່​ຊີ້​ແຈ້ງ​ກ່ຽວ​ກັບ​ເລື່ອງ​ທີ່​ວ່າ​ອາດ​ຈ​ະ​ມີ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ 2 ຝ່າຍ ຈະ​ໄດ້​ຮັບ​ບຸ​ລິ​ມະ​ສິດແທນ​ທີ່​ສັນ​ຍາ​ມີ​ລັ​ກ​ສະ​ນະ​ພາກ​ພື້ນ ຫຼື ບໍ່.

        ໃນ​ຖ​ະ​ແຫຼງ​ການ​ຮ່ວມ​ມື, ການ​ນຳ 2 ປະ​ເທດ​ລ້ວນ​ແຕ່​ເຫັນ​ດີ​ນຳ​ກັນ​ວ່າ, ອາມ​ເລິ​ກາ ຈະ​ເພ​ີ່ມ​ທະ​ວີ​ການມ​ີ​ໜ້າ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ແລະ ຍີ່​ປຸ່ນ ຈະ​ສວນ​ບົດ​ບ​າດ​ສຳ​ຄັນກວ່າ​ໃນການ​ພົວ​ພັນ​ສຳ​ພັ​ນ​ທະ​ມີດ​ລະ​ຫວ່າງ 2 ປະ​ເທດ. ການ​ນຳ 2 ທ່ານ​ໄດ້​ກະ​ຕຸກ​ຊຸກ​ຍູ້​ສ​ປ​ປ.ເກົາ​ຫ​ຼີ ປະ​ລະ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ. ການ​ນຳ 2 ທ່ານກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​​ຄວາມ​ເສ​ລ​ີ​ການບິນ ແລະ ການ​ເດີນ​ທະ​ເລ​ຢູ່​ທະ​ເລຮ​ວາ​ຕຸງ, ພ້ອມ​ທັງ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງບໍ່​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ