ອາ​ເມ​ລິ​ກາປະ​ກາດ​ເວ​ລາ​ຜັນ​ຂະ​ຫຍາຍ​ສັນ​ຍາ USMCA

(VOVWORLD) -ວັນທີ 24 ເມສາ, ຫ້ອງການຕາງໜ້າການຄ້າອາເມລິກາ (USTR)ໄດ້ປະກາດວ່າສັນຍາການຄ້າອາເມລິກາ -ເມັກຊີໂກ - ການາດາ (USMCA) ຈະມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດຫຼືຈະແກ່ຍາວໄປອີກເດືອນໜຶ່ງເມື່ອທຽບໃສ່ການສະເໜີໃນເບື້ອງຕົ້ນ.
ອາ​ເມ​ລິ​ກາປະ​ກາດ​ເວ​ລາ​ຜັນ​ຂະ​ຫຍາຍ​ສັນ​ຍາ USMCA - ảnh 1

ທ່ານນາງ Chrystia Freeland ຮອງນາຍົກລັດຖະມົນຕີ ການາດາ, ທ່ານ Jesus Seade ຫົວໜ້າຄະນະເຈລະຈາ ເມັກຊີໂກ ແລະ ທ່ານ Robert Lighthizer ຜູ້ຕາງໜ້າການຄ້າ ອາເມລິກາ (ພາບ: AFP/TTXVN)

ໃນແຈ້ງການທ່ານ Robert Lighthizer ໃຫ້ຮູ້ວ່າທັງເມັກຊີໂກແລະການາດາໄດ້ຍົກອອກບັນດາມາດຕະການທີ່ຈຳເປັນເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕາມສັນຍາ USMCAເຊິ່ງແມ່ນຂໍ້ຕົກລົງປ່ຽນແທນໃຫ້ສັນຍາການຄ້າເສລີອາເມລິກາເໜືອ (NAFTA). ທ່ານກໍ່ຢັ້ງຢືນວ່າສັນຍາສະບັບໃໝ່ຈະນຳມາເຊິ່ງວຽກເຮັດງານທຳຢ່າງຫຼວງຫຼາຍກໍ່ຄືສະໜອງບັນດາມາດຕະການຢ່າງແຮງກ່ວາອີກເພື່ອປົກປ້ອງຕະຫຼາດແຮງງານແລະເປີດກ້ວາງວິວັດການສຳຜັດກັບບັນດາຕະຫຼາດ, ເປີດກາລະໂອກາດໃຫ້ແກ່ກຳມະກອນ, ຊາວກະສິກອນອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ