ອາເມລິກາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດກັບສປປ.ເກົາຫຼີ ຄັ້ງຕໍ່ໄປ

(VOVWORLD) -ວັນທີ 11 ມິຖຸນາ, ທ່ານ John Bolton, ທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດອາເມລິກາ ຖະແຫຼງວ່າ, ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un “ອາດຈະ” ຖືກດຳເນີນໂດຍອີງໃສ່ພຽງຢາງ.

ອາເມລິກາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດກັບສປປ.ເກົາຫຼີ ຄັ້ງຕໍ່ໄປ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບປະກອບ: AFP/ TTXVN)

ກ່າວຄຳເຫັນທີ່ກອງປະຊຸມໂດຍໜັງສືພິມ Wall Street Journal ຈັດຕັ້ງ, ທ່ານ John Bolton ເນັ້ນໜັກວ່າ: “ທ່ານ Kim Jong un ໄດ້ສວມບົດບາດແກ່ນສານຢ່າງແທ້ຈິງ”, ພ້ອມທັງຢືນຢັນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວບໍ່ວ່າໃນຈຸດເວລາໃດ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ຮັບຈົດໝາຍສະບັບໜຶ່ງທີ່ມີເນື້ອໃນຢ່າງອົບອຸ່ນຈາກການນຳສປປ.ເກົາຫຼີ Kim Jong un. ກ່າວຄຳເຫັນຕໍ່ບັນດານັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ ໃຫ້ຮູ້ວ່າ, ທ່ານໄດ້ຄິດວ່າມີບາງສິ່ງທີ່ຕັ້ງໜ້າຈາກພຽງຢາງ, ແຕ່ບໍ່ເຜີຍລາຍລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ