ອາເມລິກາຢັ້ງຢືນຈຳນວນເດັກຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງທີ່ສຸດ

(VOVWORLD) -ວັນທີ 14 ສິງຫາ, ອາເມລິກາຢັ້ງຢືນຈຳນວນເດັກຕິດເຊື້ອໂຄວິດ-19 ຕ້ອງເຂົ້າໂຮງໝໍ ໄດ້ເພີ່ມຂຶ້ນສູງ ດ້ວຍ 1900 ກໍລະນີ.

 

      ອາເມລິກາຢັ້ງຢືນຈຳນວນເດັກຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງທີ່ສຸດ - ảnh 1ເບິ່ງແຍງເດັກໃນຍາມເກີດໂລກລະບາດ

    ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 8 ໂມງ 30 ນາທີ ຂອງວັນທີ 15 ສິງຫາ (ຕາມເວລາຫວຽດນາມ), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 207,5 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,37 ລ້ານຄົນເສຍຊີວິດ. ປະເທດອາເມລິກາ ຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດ 640.000 ຄົນ  ໃນຍອດຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 37 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

      ເປັນໜ້າສົນໃຈ ແມ່ນວັນທີ 14 ສິງຫາ, ອາເມລິກາຢັ້ງຢືນຈຳນວນເດັກຕິດເຊື້ອໂຄວິດ-19 ຕ້ອງເຂົ້າໂຮງໝໍ ໄດ້ເພີ່ມຂຶ້ນສູງ ດ້ວຍ 1900 ກໍລະນີ.

 

ຕອບກັບ

ຂ່າວ/ບົດ​ອື່ນ