ອາເມລິກາຢາກຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບລັດເຊຍ

ອາເມລິກາຢາກຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບລັດເຊຍ - ảnh 1
​ທ່ານ Sergei Lavrov ແລະ ທ່ານ Rex Tillerson

(vovworld) - ວັນ​ທີ 16/2, ໃນ​ການ​ພົບ​ປະ​ກັບ​ທ່ານ Sergei Lavrov, ລັດ​ຖະ​ມົນ​ຕ​ີ​ການ​ຕ່າ​ງ​ປ​ະ​ເທດ ລັດ​ເຊຍ, ຢູ່ນ​ອກກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ (G20) ຢູ່​ນະ​ຄອນ Bonn ຂອງ​ເຢຍ​ລະ​ມັນ, ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໄດ້​ຖະ​ແຫຼງວ່າ: ວໍ​ຊິງ​ຕັນ  ​ພ້ອ​ມແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ມົດ​ສະ​ກ​ູ ໃນ​ບັນ​ດາ​ຂົງ​ເຂດ​ທີ່​່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ນີ້​ກໍ່​ແມ່ນ​ການ​ພົບ​ປະ​ໂດຍ​ກົງ​ຂັ້ນ​ສູງ​ສຸດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ລັດ​ເຊຍ ນັບ​ແຕ່​ເມື່ອ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຂຶ້ນ​ກຳ​ອຳ​ນາດ​ເມື່ອ​ວັນ​ທີ 20/1 ຜ່ານ​ມາ. ກໍ່​ທີ່​ການ​ພົບ​ປະ​ນີ້, ​ຫົວ​ໜ້າ​ຂະ​ແໜ​ງ​ການ​ທູດ ອາ​ເມ​ລິ​ກາ ໄດ້​ຕັກ​ເຕືອນ​ ລັດ​ເຊຍ ກ່ຽວ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ Minsk ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ ຢູ​ແກຼນ. ຕາມ​ທ່ານ​ແລ້ວ, ໃນ​ສະ​ພາບ​ການ​ບັນ​ດາ​ຝ່າຍ​ພວມ​ຊອກ​ຫາ​ພື້ນ​ຖານ​ລວມ​ໃໝ່, ສິ່ງ​ຈຳ​ເປັນ​ແມ່ນ​ເຄົາ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ບັນ​ດາ​ຂໍ້​ຕົກ​ລົງ Minsk, ພ້ອມ​ທັງ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນ​ຂັ້ນ​ໄດ​ຂອງ ຢູ​ແກຼນ.


ຂ່າວ/ບົດ​ອື່ນ