ອາເມລິກາສືບຕໍ່ນຳໃຊ້ຄຳສັ່ງຂວ້ຳບາດດ້ານເສດຖະກິດຕໍ່ອີຣານ

ອາເມລິກາສືບຕໍ່ນຳໃຊ້ຄຳສັ່ງຂວ້ຳບາດດ້ານເສດຖະກິດຕໍ່ອີຣານ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ປະກາດ​ໃຊ້​ບັນດາ​ຄຳ​ສັ່ງລົງໂທດ​ຢ່າງ​ເຂັ້ມ​ງວດ​ກ່ວາ​ທີ່ມີຕໍ່​ລັດຖະບານ ​ແລະ ທະນາຄານ​ສູນ​ກາງ ອີຣານ
(ພາບ: baomoi.com)

(vov5.vn) ວັນ​ທີ 6/2, ທຳນຽບຂາວ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ປະກາດ​ໃຊ້​ບັນດາ​ຄຳ​ສັ່ງລົງໂທດ​ຢ່າງ​ເຂັ້ມ​ງວດ​ກ່ວາ​ທີ່ມີຕໍ່​ລັດຖະບານ ​ແລະ ທະນາຄານ​ສູນ​ກາງ ອີຣານ (ຫຼື CBI) ​ເພື່ອ​ແນ​ໃສ່​ປິດ​ລ້ອມ​ຊັບ​ສິນ​ທັງ​ໝົດ​ຂອງ​ອີຣານຢູ່​ອາ​ເມ​ລິ​ກາ. ນີ້​ແມ່ນ​ລັດຖະດຳລັດ​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ແນ​ໃສ່​ປະຕິບັດ​​ມາດ​ຕະການ​ລົງ​ໂທດ​ໃໝ່​ທີ່​​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາໄດ້ ຮັບຮອງ​ເອົາ​ເມື່ອ​ທ້າຍ​ປີ 2011 ນີ້, ດ້ວຍ​ຈຸດໝາຍເຮັດໃຫ້​ດ້ານ​ເສ​ດຖະກິດ​ອີຣານຕົກຢູ່ໂດດດຽວ ​ຍ້ອນ​ວ່າ Teheran ບໍ່​ຍອມ​ຢຸດ​ຕິ​ໂຄງການ​ນິວ​ເຄຼຍຕາມ​ຄວາມ​ຮຽກຮ້ອງ​ຂອງ ອາ​ເມ​ລິ​ກາ ​ແລະ ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ.​

ຕອບກັບ

ຂ່າວ/ບົດ​ອື່ນ