ອາເມລິກາສືບຕໍ່ແມ່ນຕະຫຼາດສົ່ງອອກຈຸດສຸມຂອງຫວຽດນາມ

(VOVWORLD) -ດ້ວຍວົງເງິນສົ່ງອອກ 21,6 ຕື້ USD, ກວມເອົາ 19% ຍອດມູນຄ່າສົ່ງອອກຂອງທົ່ວປະເທດ ໄລ່ຮອດກາງເດືອນກໍລະກົດ 2018, ອາເມລິກາ ຍັງສືບຕໍ່ຮັກສາທີ່ຕັ້ງນຳໜ້າໃນກຸ່ມຕະຫຼາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ.
ອາເມລິກາສືບຕໍ່ແມ່ນຕະຫຼາດສົ່ງອອກຈຸດສຸມຂອງຫວຽດນາມ - ảnh 1(ພາບປະກອບ: TTXVN)

ຕາມຕົວເລກສະຖິຕິຈາກກະຊວງອຸດສາຫະກຳການຄ້າ ໄດ້ຊີ້ໃຫ້ເຫັນວ່າ, ປະຈຸບັນກ່ຽວກັບໂຄງປະກອບການສົ່ງອອກ - ນຳເຂົ້າ, ເບິ່ງລວມແລ້ວຍັງບໍ່ທັນມີການປ່ຽນແປງ. ຫວຽດນາມ ສົ່ງອອກໄປຍັງອາເມລິກາ ບັນດາຜະລິດຕະພັນຕົ້ນຕໍຄື: ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ, ໄມ້ ແລະ ຜະລິດຕະພັນຈາກໄມ້… ກົງກັນຂ້າມ, ຫວຽດນາມ ນຳເຂົ້າຈາກອາເມລິກາ ເຄື່ອງຄອມພິວເຕີ, ຜະລິດຕະພັນເຄື່ອງອາໄລ່ໄຟຟ້າ, ຝ້າຍທຸກຊະນິດ…

        ໂດຍໃຫ້ຂໍ້ສັງເກດກ່ຽວກັບຕະຫຼາດນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ໂດ້ທັງຫາຍ ໃຫ້ຮູ້ວ່າ, ບັນດາການປ່ຽນແປງໃນນະໂຍບາຍການຄ້າໃໝ່ຂອງອາເມລິກາ ຈະສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງການສົ່ງອອກປະເພດສິນຄ້າຕົ້ນຕໍຂອງຫວຽດນາມ. ກະຊວງອຸດສາຫະກຳການຄ້າ ໄດ້ສົ່ງເສີມ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດຫວຽດນາມ ພ້ອມກັນສົມທົບກັນສ້າງລະບົບສະໜອງສິນຄ້າສົ່ງອອກເຂົ້າຕະຫຼາດອາເມລິກາ.

        ຕີລາຄາສູງການຮ່ວມມືຫວຽດນາມ - ອາເມລິກາ, ທ່ານ James W.Fatheree, ຮອງປະທານຫ້ອງການການຄ້າອຸດສາຫະກຳອາເມລິກາ, ຜູ້ຮັບຜິດຊອບພາກພື້ນອາຊີ ໃຫ້ຮູ້ວ່າ, ປະຊາຄົມວິສາຫະກິດປະເທດນີ້ມີຄວາມສົນໃຈເຖິງຕະຫຼາດຫວຽດນາມ ທີ່ສຸດ ແລະ ຕີລາຄາສູງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ໃນນັ້ນ, ທ່າແຮງກ່ຽວກັບການປະຕິຮູບລະບອບລະບຽບການດ້ານການເມືອງ, ແຫຼ່ງຊັບພະຍາກອນມະນຸດກໍ່ຄືເງື່ອນໄຂລະບຽບການພວມປ່ຽນແປງເທື່ອລະກ້າວ ແມ່ນພື້ນຖານທີ່ດີເພື່ອໃຫ້ວິສາຫະກິດ 2 ຝ່າຍເພີ່ມເຕີ່ມໃຫ້ກັນ, ສ້າງທ່າແຮງທີ່ດີໃຫ້ກັນໃນວິວັດການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ