ອາເມລິກາສືບຕໍ່ໂຍະຍານບັນດາຂໍ້ຈຳກັດສັບລັບກຸຍບາ

ອາເມລິກາສືບຕໍ່ໂຍະຍານບັນດາຂໍ້ຈຳກັດສັບລັບກຸຍບາ - ảnh 1
(ພາບ​ປະ​ກອບ)

(vovworld) –​ ໃນ​ການ​ກະ​ທຳ​​ທີ່​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະ​ນາ​ດີ​ຂອງ​ອາ​ເມ​ລິ​ກາ ​ໃນ​ການຍ​ູ້​ແຮງວິ​ວັດ​ການ​​ປັບ​ປຸງ​ສາຍ​ພົວ​​ພັນ​ກັບ​ກຸຍ​ບາ, ວັນ​ທີ 15/03, ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ສືບ​ຕໍ່​​ໂຍະ​ຍານ​ບາງ​ຂໍ້​ຈຳ​ກັດ​​ເລັ່ງໃສ່ ລາ​ຮາ​ວານ. ການ​ກະ​ທຳ​ດັ່ງ​ກ່າວ​​​ຖືກດຳ​ເນີນ​ພາຍ​ຫຼັງ​ທີ່​ທ່ານ Obama ມີ​ການ​ຢ້ຽມ​ຢາມຄັ້ງ​ປະ​ຫວັດ​ສາດ​ເຖິງ​ກຸຍ​ບາ ພຽງ 1 ອາ​ທິດ. ຂໍ້​ຕ​ົກ​ລົງ​ດັ່ງ​ກ່າວ​ຈະ​ລົບ​ລ້າງ​ບາງ​ຂໍ້​ຈຳ​ກັດ​ກ່ຽວ​ກັບ​ການ​ໄປ​ມາ​ທີ່​ຈັດ​ວາງ​​ກັບ​ປະ​ຊາ​ຊົນ​ກຸຍ​ບາ, ອະ​ນຸ​ຍາດ​ໃຫ້ ລາ​ຮາ​ວານ ສຳ​ພັດ​ກັບ​ອົງ​ການ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ ​ຢ່າງ​ງ່າຍ​ດ່າຍກວ່າ ແລະ ລົບ​ລ້າງ​ບັນ​ດາ​ຂໍ້​ຈຳ​ກັດ​ສຳ​ລັບ​ເລື່ອງ​ນຳ​ໃຊ້​ສະ​ກຸນ​ເງິນ USD ໃນ​ບັນ​ດາ​ການ​ຢູ່​ກຸຍບາ. ລັດ​ຖະ​ບານ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ນອກ​ຈາກບັນ​ດາ​ມາດ​ຕະ​ການ​​ໂຍະ​ຍານ​ດ້ານ​ການ​ຄ​້າ ແລະ ການ​ໄປ​ມາ​ແລ້ວ ກໍ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ກຸຍ​ບາ​ເປີດ​ບັນ​ຊີ​​ເງິນ​ຝາກ​ຊື່​ຢູ່​ທະ​ນາ​ຄານ​ອາ​ເມ​ລິ​ກາ ແລະ ບັນ​ດາ​ຊາວ​ກຸຍ​ບາ ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ອາ​ເມ​ລິ​ກາ ມີ​ສິດ​ໄດ້​ຮັບ​ເງິນ​ເດືອນ ກໍ​ຄື​ເງິນ​ຊົ​ດ​ເຊີຍ. ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ຍັງໃຫ້​ຮູ້​ຕື່ມ​ອີກວ່າ, ບັນ​ດາ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ໃໝ່​ນີ້​ໄດ້​ອະ​ນຸ​ຍາດ​ໃຫ້​ສ່ວນ​ບຸກ​ຄົນ​ອ​າ​ເມ​ລິ​ກາ ໄປມາ​ຢ້ຽມ​ຢາມ​ກຸຍ​ບາ ຖ້າ​ຫາກ​ເ​ປົ້າ​ໝາຍ​ຂອງການ​ໄປ​ຢ້ຽມ​ຢາມນັ້ນ​ແມ່ນ​ເພື່ອ​ການ​ສຶກ​ສາ.

ຂ່າວ/ບົດ​ອື່ນ