ອາເມລິກາສະໜັບສະຫນູນປະເທດຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ.

(VOVWORLD) -ຕອນບ່າຍວັນທີ 25 ສິງຫາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.
     ອາເມລິກາສະໜັບສະຫນູນປະເທດຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ.  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris 

    ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງຢືນຢັນວ່າ ຫວຽດນາມຖືເປັນສຳຄັນການພົວພັນກັບອາເມລິກາ ແລະ ຫວັງຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບແທດຈິງ ມີປະສິດທິຜົນ, ມີສະຖຽນລະພາບຍາວນານເພື່ອສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ  ໄດ້ສະເໜີ 2 ຝ່າຍສືບຕໍ່ການເພີີ່ມທະວີການຮ່ວມມືໃນຂອບເຂດສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ, ພ້ອມທັງພິຈາລະນາຄວາມສາມາດສ້າງຂອບເຂດການຮ່ວມມືທາງດ້ານເສດຖະກິດ ການຄ້າໃໝ່ເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າໃຫ້ດີຍິ່ງກ່ວາອີກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ສະເໜີຝ່າຍອາເມລິກາ ເພີ່ມທະວີການສະໜອງທຶນສຶກສາໃຫ້ແກ່ນັກສຶກສາຫວຽດນາມ, ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ ເຕັກໂນໂລຊີສູງ ເລັ່ງໃສ່ຂະແໜງວິທະຍາສາດສາທາລະນະສຸກ ແລະ ສຸຂະພາບ ແລະ ຫວັງວ່າ ອາເມລິກາຈະສືບຕໍ່ຮ່ວມມືຊ່ວຍໜູນຫວຽດນາມໃນວຽກງານຕ້ານໂລກລະບາດ, ສືບຕໍ່ຊ່ວຍເຫຼືອວັກຊິນປ້ອງກັນພະຍາດໂຄວິດ-19ໃຫ້ແກ່ຫວຽດນາມ.

     ສ່ວນ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harrisໄດ້ຢືນຢັນຄືນໃໝ່ວ່າ ອາເມລິກາ ອາເມລິກາສະໜັບສະຫນູນປະເທດຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ ແລະ ໝັນໝາຍຊຸກຍູ້ການພົວພັນນັບມື້ນັບກ້ວາງເລິກມີສະຖຽນລະພາບ ໝັນຄົງໜັກແໜ້ນໃນໄລຍະທີ່ຈະເຖິງ.

    ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢືນຢັນວ່າ ຫວຽດນາມຈະສືບຕໍ່ຊ່ວຍໜູນເພື່ອໃຫ້ຫວຽດນາມຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ແຈ້ງໃຫ້ຊາບວ່າ ອາເມລິກາສືບຕໍ່ຊ່ວຍເຫຼືອວັດຊິນ Pfizer 1ລ້ານໂດສ ແລະ ສົ່ງມາເຖິງຫວຽດນາມໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ