ອາເມລິກາສ້າງຍຸດທະ ສາດບັງຄັບຈີນປ່ຽນ ແປງການປະພຶດ ຢູ່ທະເລຕາເວັນອອກ


ອາເມລິກາສ້າງຍຸດທະ ສາດບັງຄັບຈີນປ່ຽນ ແປງການປະພຶດ ຢູ່ທະເລຕາເວັນອອກ - ảnh 1

​(ພາບ: vov.vn)

 (vovworld)- ​ ກອງ​ປະຊຸມ​ສຳ​ມະ​ນາຄັ້ງທີ 4 ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ດີ​ຊີ ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/7 (ຕາມ​ເວລາ​ຫວຽດນາມ) ດ້ວຍ​ບັນດາ​ຂໍ້​ສະ​ເໜີ ​ແລະ ການ​ຕີ​ລາຄາ​ສຳຄັນ​ກ່ຽວ​ກັບ​ນະ​ໂຍບາຍ​ຂອ​ງອາ​ເມ​ລິ​ກາ ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື​ຄັ້ງສຸດ​ທ້າຍ, ທ່ານ Michael Fuchs ຮອງ​ຜູ້​ຊ່ວຍ​ວຽກ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ຮັບຜິດຊອບ​ຍຸດ​ທະ​ສາດ ​ແລະ ບັນດາ​ບັນຫາ​ຫຼາຍ​ຝ່າຍ​ຊີ້​ແຈ້ງວ່າ: ການ​ກະທຳ​ບັງຄັບ ​ແລະ ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ຢູ່​​ທະ​ເລ​ຕາ​ເວັນ​ອອກຂອງ​ຈີນ ​ໄດ້​ສ້າງ​ຄວາມ​ເຄັ່ງ​ຕຶງ​ທີ່​ອາດ​ຈະ​ສົ່ງ​ສະທ້ອນ​ເຖິງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແລະ ທັງ​ພາກ​ພື້ນ ​ແລະ ​ໂລກ. ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ ​ ຢູ່​​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ Bonnie Glaser ຜູ້​ຊ່ຽວຊານ​ຄົ້ນຄ້ວາ​ກ່ຽວ​ກັບ​ຈີນ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ອາ​ເມ​ລິ​ກາ ​ພວມ​ມານະ​ພະຍາຍາມ​ກລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ ພວມ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ບັນດາ​ການ​ຄິດ​ໄລ່​ຄ່າ​ໃຊ້​ຈາ​ຍຜົນ​ປະ​ໂຫຍ​ດຂອງ​ຈີນ ​ເພື່ອ​ເຮັດ​ໃຫ້​ຈີນ​ ​ເຂົ້າ​ໃຈ​ວ່າ, ການ​ບັງຄັບ, ນາຍ​ຂູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຈະ​ເຮັ​ດໃຫ້​ເຂົາ​ເຈົ້າຕ້ອງ​ກິນ​ແໜງ./.

ຂ່າວ/ບົດ​ອື່ນ