ອາເມລິກາສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຊຸກຍູ້ການພົວພັນກັບອາຊຽນ

ອາເມລິກາສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຊຸກຍູ້ການພົວພັນກັບອາຊຽນ - ảnh 1
ພາບ​ປະ​ກອ​ບ

(vovworld) - ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ ສາ​ທາ​ລະ​ນະ 2 ທ່ານຂອງ​ອາ​ເມ​ລິ​ກາ​ ເຊິ່ງ​ແມ່ນ​ທ່ານ Joaquin Castro, ຕາງ​ໜ້າ​ໃຫ້​ລັດ Texas ແລະ ທ່ານ Ann Wagner, ຕາງ​ໜ້າ​ໃຫ້​ລັດ Missouri, ໄດ້​ສ້າງ​ຕັ້ງ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໜ້າ​ທີ່​ຂອງ​ກຸ່ມນີ້​ແມ່ນ​ສຸ​ມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ “ສຳ​ຄັນ” ສຳ​ລັບ​ຜົນ​ປະ​ໂຫຍດ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ​ຂອງ ອາ​ເມ​ລິ​ກາ ໃນ​ການ​ພົວ​ພັນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ​ບົດ​ກ່າວ​ປາ​ໄສ, ສະ​ມາ​ຊິ​ກ​ສ​ະ​ພາ​ຕ​່ຳ 2 ທ່ານ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ: 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຕາງ​ໜ້າ​ໃຫ້​​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 7 ຂອງ​ໂລກ ແລະ ​ຢືນ​ອັນ​ດັບທີ 3 ຂອງ​ໂລກ​ກ່ຽວ​ກັບ​ກຳ​ລັງ​ຄົ​ນ​ງານ. ດັ່ງ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ. ຕໍ່​ໜ້າ​ເຫດ​ການ​ດັ່ງ​ກ່າວ,  ສະ​ພາ​ການ​ຄ້າ ອາ​ເມ​ລິ​ກາ - ອາ​ຊຽນ (USABC) ໄດ້​ອອກ​ສຽງ​ສະ​ໜັບ​ສະ​ໜູນ​ເລື່ອງ​ສ້າງ​ຕັ້ງ​ກ​ຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກັບ ອາ​ຊຽນ. ທ່ານ Alexander Feldman, ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ USABC ໄດ້​ເນັ້ນ​ໜັກ​ວ່າ: ອາ​ຊຽນ ຈະ​ແມ່ນ​ຕະຫຼາ​ດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 4 ຂອງ ອາ​ເມ​ລິ​ກາ. ຄ​ວາມ​ສຳ​ຄັນ​ບໍ່​ພຽງ​ແຕ່​ແມ່ນ ອາ​ຊຽນ ຈະ​ເຕີບ​ໂຕ​ໃນ​ບັນ​ດາ​ທົດ​ສະ​ວັດ​ຈະ​ມາ​ເຖິງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ດາ​ຕະຫຼາດ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ.


ຂ່າວ/ບົດ​ອື່ນ