ອາເມລິກາ-ສ.ເກົາຫຼີຢືນຢັນຄືນໃໝ່ການພົວພັນສຳພັນທະມິດໝັ້ນຄົງໜັກແໜ້ນ

(VOVWORLD) - ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຢືນຢັນຄືນໃໝ່ວ່າຄຳໝັ້ນສັນຍາສຳພັນທະມິດກັບອາເມລິກາ ແມ່ນເສົ້າຄ້ຳເພື່ອໃຫ້ສປປ.ເກົາຫຼີ ປອດນິວເຄຼຍ.

ອາເມລິກາ-ສ.ເກົາຫຼີຢືນຢັນຄືນໃໝ່ການພົວພັນສຳພັນທະມິດໝັ້ນຄົງໜັກແໜ້ນ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in

(ພາບ:  AFP/TTXVN)

ການເຈລະຈາລະຫວ່າງເຈົ້າໜ້າທີ່ 2 ທ່ານຖືກດຳເນີນໃນສະພາບເຊິ່ງການນຳສປປ.ເກົາຫຼີ ເອີ້ນວ່າ “ກາລະໂອກາດທີ່ຫາຍາກ” ເພື່ອເຈລະຈາກັບສປປ.ເກົາຫຼີ ເນື່ອງໃນໂອກາດປະເທດນີ້ເຂົ້າຮ່ວມງານມະຫາກຳກິລາ Olympic ລະດູໜາວ Pyeong Chang 2018. ຕາມແຜນການແລ້ວ, ຄະນະຜູ້ແທນຂັ້ນສູງຂອງສປປ.ເກົາຫຼີ ໂດຍທ່ານປະທານສະພາແຫ່ງຊາດ Kim Yong nam ນຳໜ້າ, ລວມມີ 22 ຄົນ, ໃນນັ້ນມີທັງນ້ອງສາວການນຳສປປ.ເກົາຫຼີ Kim Jong un ແມ່ນທ່ານນາງ Kim Yo jong.

        ກ່າວຄຳເຫັນທີ່ການພົບປະກັບທ່ານຮອງປະທານາທິບໍດີອາເມລິກາ Mike Pence ພວມຢູ່ຢ້ຽມຢາມສ.ເກົາຫຼີ ໃນວັນທີ 08 ກຸມພາ, ທ່ານປະທານາທິບໍດີ Moon Jae in ເນັ້ນໜັກວ່າ, “ສິ່ງສຳຄັນທີ່ສຸດແມ່ນການຮ່ວມມືຢ່າງສະໜິດແໜ້ນລະຫວ່າງສ.ເກົາຫຼີ ແລະ ອາເມລິກາ”, ເຊີອຸນ ແລະ ວໍຊິງຕັນ ຈະມານະພະຍາຍາມກຳແໜ້ນກາລະໂອກາດນີ້ ແລະ ນຳສປປ.ເກົາຫຼີ ກັບຄືນສູ່ໂຕະເຈລະຈາປອດນິວເຄຼຍ ແລະ ສ້າງສັນຕິພາບ. ທ່ານ Moon ໃຫ້ຮູ້ວ່າ, ເລື່ອງທ່ານຮອງປະທານາທິບໍດີອາມເລິກາ ນຳໜ້າຄະນະຜູ້ແທນມາຢ້ຽມຢາມສ.ເກົາຫຼີ ເຂົ້າຮ່ວມ Olympic Pyeong Chang 2018 ໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງກຳລັງແຮງຂອງການພົວພັນສຳພັນທະມິດລະຫວ່າງ 2 ປະເທດ, ພ້ອມທັງເນັ້ນໜັກວ່າ, ການຢ້ຽມຢາມນີ້ຈະມີຜົນປະໂຫຍດຫຼາຍຢ່າງຊ່ວຍໃຫ້ Olympic ກາຍເປັນເຫດການສັນຕິພາບ.

        ສ່ວນທ່ານຮອງປະທານາທິບໍດີອາເມລິກາ Mike Pence ໃຫ້ຮູ້ວ່າ, ອາເມລິກາຈະສືບຕໍ່ປະຕິບັດນະໂຍບາຍກໍ່ຄວາມດັນຢ່າງສຸດຂີດສຳລັບສປປ.ເກົາຫຼີ ແລະ ພ້ອມກັບສ.ເກົາຫຼີ ເນັ້ນໜັກເຖິງເປົ້າໝາຍສຳຄັນທີ່ສຸດຂອງສຳພັນທະມິດອາເມລິກາ - ສ.ເກົາຫຼີ ແມ່ນປອດນິວເຄຼຍ ໃນແຫຼມເກົາຫຼີ “ຕະຫຼອດໄປ ແລະ ບໍ່ສາມາດຕ່າວປີ້ນໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ