ອາເມລິກາຮັກສາຫຼັກໝັ້ນກ່ຽວກັບສັນຍາປາຣີ

(VOVWORLD) -ວັນທີ 18 ກັນຍາ, ທ່ານ Gary Cohn, ທີ່ປຶກສາດ້ານເສດຖະກິດອັນດັບໜຶ່ງຂອງທ່ານປະທານາທິບໍດີອາເມລິກາ Donald Trump, ໃຫ້ຮູ້ວ່າ

ອາເມລິກາຮັກສາຫຼັກໝັ້ນກ່ຽວກັບສັນຍາປາຣີ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: AFP/TTXVN)

ທ່ານໄດ້ຢືນຢັນຄືນໃໝ່ທັດສະນະຂອງອາເມລິກາສຳລັບສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໃນກອງປະຊຸມກັບບັນດາລັດຖະມົນຕີຢູ່ນອກກອງປະຊຸມຂອງສະມັດສະຊາໃຫຍ່ຫະປະຊາຊາດ ທີ່ດຳເນີນຢູ່ນະຄອນນິວຢອກ, ປະເທດອາເມລິກາ. ກ່າວຄຳເຫັນພາຍຫຼັງການພົບປະບໍ່ເປັນທາງການກັບບັນດາລັດຖະມົນຕີການຕ່າງປະເທດ, ພະລັງງານ ແລະ ສິ່ງແວດລ້ອມຂອງປະມານ 12 ປະເທດ, ທ່ານ Cohn ຢືນຢັນວ່າ, ທ່ານປະທານາທິບໍດີ Donald Trump ຍັງຄົງຢືດໝັ້ນຖອກອອກຈາກສັນຍາປາຣີ ຖ້າຫາກບໍ່ສາມາດບັນລຸໄດ້ຂໍ້ຕົກລົງທີ່ມີຜົນປະໂຫຍດກວ່າໃຫ້ແກ່ວໍຊິງຕັນ.

        ໃນຂະນະນັ້ນ, ເຈົ້າໜ້າທີ່ທຳນຽບຂາວທ່ານໜຶ່ງ ກໍຢືນຢັນວ່າ, ໃນການພົບປະດັ່ງກ່າວ, ຝ່າຍ ອາເມລິກາ ໄດ້ເວົ້າແຈ້ງກ່ຽວກັບເລື່ອງຈະຖອນອອກຈາກສັນຍາປາຣີ ຖ້າຫາກບໍ່ສາມາດເຈລະຈາຄືນໃໝ່ກ່ຽວກັບບັນດາຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ