ອາເມລິກາຮຽກຮ້ອງປະຕິຮູບລະບົບການເງິນສາກົນ

ອາເມລິກາຮຽກຮ້ອງປະຕິຮູບລະບົບການເງິນສາກົນ - ảnh 1
ທ່ານ Jack Lew, ລັດຖະມົນຕີ​ການ​ເງິນ ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld) – ທ່ານ Jack Lew, ລັດຖະມົນຕີ​ການ​ເງິນ ອາ​ເມ​ລິ​ກາ ​ໄດ້​ຮຽກ​ຮ້ອງ​ການປະຕິ​ຮູບ​ໂຄງ​ປະກອບ​ການ​ເງິນ​ສາກົນ​ເພື່ອ​ແນ​ໃສ່​ອະນຸຍາດ​ໃຫ້​ອາ​ເມ​ລິ​ກາ ສືບ​ຕໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ລະບົບ​ນີ້. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຂອງ​ອົງການ​ທີ່​ປຶກສາ​ສະພາ​ພົວພັນ​ສາກົນ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ Jack Lew ​ໃຫ້​ຂໍ້​ສັງ​ເກດ​ວ່າ: ອາ​ເມ​ລິ​ກາ ​ໄດ້​ຮັບ​ບັນດາ​ຜົນ​ປະ​ໂຫຍ​ດດີພໍ​ສົມຄວນ​ຈາກ​ການ​ສ້າງ​ໂຄງ​ປະກອບ​ການ​ເງິນ​ສາກົນ, ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2, ດັ່ງ​ນັ້ນ, ວໍ​ຊິງ​ຕັນ ຕ້ອງ​ປະຕິບັດ​ບັນດາ​ບາດ​ກ້າວ​ທີ່ຈຳ​ເປັນ​ເພື່ອ​ປົກ​ປ້ອງ ​ແລະ ປັບປຸງ​ທີ່​ຕັ້ງ​ບົດບາດ​ກໍ​ຄື​ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ນີ້. ທ່ານ​ຖື​ວ່າ: ອາ​ເມ​ລິ​ກາ ຕ້ອງ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ເພື່ອ​ຮ່ວມ​ມື​ເພີ່ມ​ທະວີ​ການ​ສ້າງ​ກອງທຶນສາກົນ (IMF) ກໍ​ຄື​ລະບົບ​ການ​ຄ້າ​ທົ່ວ​ໂລກ​ເປັນ​ທັນ​ສະ​ໄໝ, ຊ່ວຍ​ທະນາຄານ​ໂລກ (WB) ​ແລະ ບັນດາ​ທະນາຄານ​ພັດທະນາ​ໃນ​ພາກ​ພື້ນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ, ພ້ອມ​ທັງ​ປະຕິ​ຮູບ​ລະບົບ​ຄວບ​ຄຸມ​ການ​ເງິນ​ສາກົນ.


ຂ່າວ/ບົດ​ອື່ນ