ອາ​ເມ​ລິ​ກາ​ເນັ້​ນ​ໜັ້ກ ໃຫ້​ຄຳ​ໝັ້​ນ​ສັນ​ຍາ ຕໍ່​ວິ​ທີ​ການ​ແກ​້​ໄຂສອງ​ລັດ ສຳ​ລັບ​ບັນ​ຫາ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ໂຄສົກກະຊວງການຕ່າງປະເທດ ອາເມລິກາທ່ານ Ned Price ໃຫ້ຮູ້ວ່າ ໃນການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Blinken ກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາແບບຍືນຍົງຂອງ ວໍຊິງຕັນຕໍ່ການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ - ອິດສະລາແອັນ ແລະຄວາມໝັ້ນຄົງຂອງປະເທດນີ້.
ອາ​ເມ​ລິ​ກາ​ເນັ້​ນ​ໜັ້ກ ໃຫ້​ຄຳ​ໝັ້​ນ​ສັນ​ຍາ ຕໍ່​ວິ​ທີ​ການ​ແກ​້​ໄຂສອງ​ລັດ ສຳ​ລັບ​ບັນ​ຫາ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Antony Blinken (ພາບ: AFP/TTXVN)

ວັນທີ 2 ມັງກອນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Antony Blinken ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ວໍຊິງຕັນ ຕໍ່ວິທີການແກ້ໄຂສອງລັດ ໃນການພົວພັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ. ຖະແຫຼງການດັ່ງກ່າວໂດຍທ່ານ Blinken ຍົກອອກມາໃນການເຈລະຈາທາງໂທລະສັບກັບທ່ານ ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ Eli Cohen. 

ໂຄສົກກະຊວງການຕ່າງປະເທດ ອາເມລິກາທ່ານ Ned Price ໃຫ້ຮູ້ວ່າ ໃນການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Blinken ກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາແບບຍືນຍົງຂອງ ວໍຊິງຕັນຕໍ່ການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ - ອິດສະລາແອັນ ແລະຄວາມໝັ້ນຄົງຂອງປະເທດນີ້. ສອງຝ່າຍໄດ້ປຶກສາຫາລືບັນດາຄວາມມານະພະຍາຍາມຢ່າງຕໍ່ເນື່ອງຂອງ ອາເມລິກາ ເພື່ອແນໃສ່ຊຸກຍູ້ບັນດາຜົນປະໂຫຍດ ກໍ່ຄືການແກ້ໄຂບັນດາສິ່ງທ້າທາຍລວມ. ທ່ານ Blinken ຊີ້ແຈ້ງວ່າ ອາເມລິກາ ຄັດຄ້ານບັນດານະໂຍບາຍທີ່ມີຜົນສະທົບຕໍ່ແງ່ຫວັງຂອງວິທີການແກ້ໄຂສອງລັດ.

ແລະກໍ່ໃນວັນດຽວກັນ, ສື່ມວນຊົນ ອິດສະລາແອັນ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດສອງທ່ານໄດ້ປຶກສາຫາລືບັນຫາເປີດກວ້າງຂໍ້ຕົກລົງ Abraham ໃນປີ 2020 ໂດຍອາເມລິກາ ເປັນກາງ ກ່ຽວກັບການຫັນການພົວພັນລະຫວ່າງ ອິດສະລາແອັນ ແລະ ບາງປະເທດຢູ່ອາຣັບ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ