ອາເມລິກາເລີ່ມຕົ້ນວິວັດການໃຫ້ສັດຕະຍາບັນສັນຍາTPP

 ອາເມລິກາເລີ່ມຕົ້ນວິວັດການໃຫ້ສັດຕະຍາບັນສັນຍາTPP - ảnh 1
ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama

(vovworld)-  ວັນ​ທີ 5/11, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຢືນ​ຢັນ: ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ຈະ​ຊ່ວຍ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ ອາ​ເມ​ລິ​ກາ, ໃນ​ຂະ​ນະ​ຍັງ​ສືບ​ຕໍ່​ຮັບ​ປະ​ກັນ​ບັນ​ດາ​ສິດ​ຜົ​ນ​ປະ​ໂຫຍດ​ຂອງ​ຄົນ​ງານ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຮັບ​ຮູ້​ວ່າ: TPP ແມ່ນ​ຖື​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ​ເປັນ​ຕົ້ນ​ຕໍ ຍ້ອນ​ວ່າ ນີ້​ແມ່ນ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ ມີ​ມາດ​ຕະ​ຖານ​ແຮງ​ງານ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.  ທ່ານ​ເວົ້າ​ວ່າ:  ຖ້າ​ຫາກ​ສະ​ພາ​ແຫ່ງ​ຊ​າດ ອາ​ເມ​ລິ​ກາ ບໍ່​​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ນີ້ ວຽກ​ເຮັດ​ງານ​ທຳ​ຂອງ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ຖືກ​ນາບ​ຂູ່. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ເນັ້ນ​ຫນັກ​ວ່າ: TPP ຈະ​ສ້າງ​​ຕະ​ຫລາດຢ່າງ​ສະ​ເຫມີ​ພາບ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ, TPP ບໍ່​ພຽງ​ແຕ່​ແກ້​ໄຂ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ທີ່​ເຄີຍກໍ່​ຄວາມ​ຫຍຸ້​ງ​ຍາກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂ​ະ​ຫນາດ​ນ້ອຍ​ຂອງ​ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​ວາງ​ອອກ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ​ອາ​ເມ​ລິ​ກາ​ອີກ​ດ້ວຍ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ  TPP ຍັງ​ແມ່ນ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ ວາງ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢ່າງ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

 

ຂ່າວ/ບົດ​ອື່ນ