ອຳນາດການປົກຄອງAnkaraຖະແຫຼງຢຸດຕິຊົ່ວຄາວການເຂົ້າຮ່ວມສົນທິສັນຍາເອີລົບກ່ຽວກັບສິດທິມະນຸດ

ອຳນາດການປົກຄອງAnkaraຖະແຫຼງຢຸດຕິຊົ່ວຄາວການເຂົ້າຮ່ວມສົນທິສັນຍາເອີລົບກ່ຽວກັບສິດທິມະນຸດ - ảnh 1
ຮອງນາຍົກລັດຖະມົນຕີ Numan Kurtulmus.
(ພາບ: dailysabah.com)

(vovworld) – ຕວກກີ ຈະ​ປະຕິບັດ​ຕາມ​ແບບຢ່າງ​ຂອງ ຝຣັ່ງ ​ແມ່ນ​ຢຸດຕິການ​ເຂົ້າ​ຮ່ວມ​ສົນທິສັນຍາ ​ເອີ​ລົບ ກ່ຽວ​ກັບ​ສິດທິ​ມະນຸດ​​ຊົ່ວຄາວພາຍຫຼັງ​ທີ່​ປະ​ເທດ​ນີ້​ປະກາດ​ສະພາ​ວະສຸ​ກ​ເສີນ​ພາຍຫຼັງ​ທີ່​ການ​ກໍ່ລັດຖະປະຫານ​ຖືກ​ປະລາ​ໄຊ​ຫວ່າງ​ມໍ່ໆ​ມາ​ນີ້. ນີ້​ແມ່ນ​ຄຳຖະ​ແຫຼ​ງຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Numan Kurtulmus ​​ເມື່ອ​ວັນ​ທີ 21/7 ​ໃນ​ຊ່ອງ​ໂທລະພາບ NTV. ທ່ານ Kurtulmus ກໍ່​ໃຫ້​ຮູ້​ວ່າ ສະພາວະ​ສຸກ​ເສີນ​ໄດ້​ປະກາດ​ຢູ່ ຕວກກີ ​​ທີ່ແກ່ຍາວ​ເປັນ​ເວລາ 3 ​ເດືອນນັ້ນ, ​ແຕ່​ອາດ​ຈະ​ສິ້ນ​ສຸດວົງ​ພາຍຫຼັງ 45 ວັນ. ກ່ອນ​ໜ້າ​ນັ້ນ, ທ່ານ Bekir Bozdag, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຕວກກີ ​ໃຫ້​ຮູ້​ວ່າ ສະ​ພາວະ​ສຸກ​ເສີນ​ເຊິ່ງ​ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້​ປະກາດ​​ແມ່ນ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ໄພ​ເກີດ​ການກໍ່​ລັດ​ຖະປະຫານ​​ຄັ້ງ​ທີ 2.



ຂ່າວ/ບົດ​ອື່ນ