ອູແນສໂກພິຈາລະນາສຳເນົາເອກະສານ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ

ອູແນສໂກພິຈາລະນາສຳເນົາເອກະສານ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ  - ảnh 1

(ພາບ:m.vietnamnet.vn)

(vovworld) - ວາລະ​ປະຊຸມ​ຄັ້ງທີ 7 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງຂອງ​ອົງການ​ວັດທະນະ​ທຳ, ວິທະຍາສາດ​ການ​ສຶກສາ​ອູ​ແນ​ສ​ໂກ ​ໄດ້​ດຳ​ເນີນ​​​ໄປແຕ່​ວັນ​ທີ 3-7/12 ຢູ່​ປາຣີ ປະ​ເທດ​ຝະລັ່ງ. ​ເນື້ອ​ໃນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ໃນ​ວາລະ​ປະຊຸມ​ຄັ້ງນີ້ ​ແມ່ນ​ພິຈາລະນາ​ສອງ​ບັນຊີ​ລາຍ​ຊື່​ສະ​ເໜີ​ຮັບ​ຮອງແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງ, ​ໃນ​ນັ້ນມີສຳ​ເນົາ​ເອະ​ສານ​ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງຂອງ​ຫວຽດນາມ. ຕອບ ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝະລັ່ງ, ທ່ານ​ນາງ Cecile Duvelle ຫົວໜ້າ​ຄະນະ​ເລຂາ​ຂອງ​ສົນທິສັນຍາ​ໃຫ້​ຮູ້​ວ່າ: ​ສຳ​ເນົາ​ເອກະ​ສານ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ກະກຽມ​ເປັນ​ຢ່າງ​ດີ ​ແລ​ະ ຄຽງ​ຂ້າງ​ນັ້ນ, ທ່ານ​ນາງ​ເອງຈະ​ອ່ານ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ອະນຸລັກ​ຮັກສາມໍລະດົກ​ວັດທະນະ​ທຳບໍ່​ມີ​ຮູບ​ຮ່າງ:

   “ຫວຽດນາມ ມີ​ຄວາມ​ຕັ້ງໜ້າ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ ​ແລະ ປີ​ນີ້​ຫວຽດນາມ​ ສະ​ແດງໃຫ້​ໂລກ​ເຫັນ​ສິ່ງ​ທີ່​ຫວຽດນາມ ​ເຮັດ​​ໄດ້, ບັນດາ​ຄວາມ​ມານະ​ພະຍາຍາມ​ສັງ​ລວມ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ​ກຳມະການ, ສະ​ຖາ​ບັນ​ອະນຸລັກ​ຮັກສາ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຫວຽດນາມ ​ແມ່ນ​ແບບຢ່າງ​ສະ​ແດງ​ໃຫ້​ເຫັນ​ວ່າ: ບໍ່​ແມ່ນ​ປະ​ເທດ​ຮັ່ງມີ​ຈຶ່ງ​ມີ​ບັນດາ​ວິທີ​ການ​ອານຸລັກ​ຮັກ​ສາ​ທີ່​ດີ​ທີ່​ສຸດ. ສ່ວນ​ສຳລັບສຳ​ເນົາ​ເອະ​ສານ​ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ​ຂ້າພະ​ເຈົ້າອາດ​ເວົ້າ​ໄດ້​ວ່າ​ສຳ​ເນົາ​ເອກະ​ສານ​ຂອງ​ຫວຽດນາມ​ ເຮັດ​​ໄດ້ດີ​ທີ່​ສຸດ

ຂ່າວ/ບົດ​ອື່ນ