ຮັກ​ສາ​ພາ​ສາ ຫວຽດ ໃຫ້​ລູກຫຼານ​ຊາ​ວ ຫວຽດ​ນາມ ອາ​ໄສ ຢູ່​ລາວ

(VOVWORLD) - ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ວັດເຟີດຕິກ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດໍາເນີນພິທີໄຂຊຸດຮຽນພາສາ ຫວຽດ ເຊິ່ງຈະຮຽນ 3 ຕອນ ຕໍ່ ອາທິດ ແລະ ແກ່ຍາວເປັນເວລາ 3 ເດືອນ. ນັກຮຽນ ເຂົ້າຮ່ວມຊຸດຮຽນດັ່ງກ່າວຈະໄດ້ຮຽນທັງ 4 ທັກສະການຟັງ, ການອ່ານ, ການເວົ້າ ແລະ ການຂຽນ.
ຮັກ​ສາ​ພາ​ສາ ຫວຽດ ໃຫ້​ລູກຫຼານ​ຊາ​ວ ຫວຽດ​ນາມ ອາ​ໄສ ຢູ່​ລາວ - ảnh 1ຄູ ແລະ ນັກຮຽນ ກຳລັງແລກປ່ຽນກ່ຽວກັບບົດຮຽນ (ພາບ:  VOV)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້ານມິງຈຽນ, ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ລາວ, ເນັ້ນໜັກວ່າ ການເປີດຊຸດຮຽນພາສາ ຫວຽດ ຢູ່ ວັດເຟີດຕິກ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຊ່ວຍໃຫ້ລູກຫຼານຊາວ ຫວຽດນາມ ອາໄສ ຢູ່ ລາວ ຮັກສາພາສາ ຫວຽດ ໄດ້, ຜ່ານນັ້ນ ຮັກສາສີສັນວັດທະນະທຳຂອງຊາດ ຫວຽດນາມ. ທ່ານ ຟານມິງຈຽນ ກໍປາດຖະໜາວ່າ ບັນດາຄູອາຈານ ຈະຊ່ວຍໃຫ້ບັນດານັກຮຽນຊອກຮູ້ກ່ຽວກັບສີສັນວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຫວຽດນາມ.

        ທີ່ພິທີ, ຄະນະຈັດຕັ້ງ ໄດ້ຕັດແຖບຜ້າເປີດຕູ້ປຶ້ມພາສາ ຫວຽດ ຮັບໃຊ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ລາວ ແລະ ບັນດາເພື່ອນລາວ. ຕູ້ປຶ້ມ ດັ່ງກ່າວໄດ້ຕັ້ງຢູ່ບໍລິເວນຂອງວັດເຟີດຕິກ, ເຊິ່ງເປັນບ່ອນທີ່ພໍ່ແມ່ພີ່ນ້ອງທຸກເພດທຸກໄວສາມາດມາຊອກຮູ້ກ່ຽວກັບມູນເຊື້ອ, ປະຫວັດສາດ, ຄົ້ນຫາທິວທັດທຳມະຊາດ, ປະເທດຊາດ ແລະ ຊາວ ຫວຽດນາມ, ຊ່ວຍໃຫ້ຜູ້ອ່ານຊອກຮູ້ກ່ຽວກັບໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

       ເຈິ່ນຕວັນ, ໂຮ່ຫາຍ - ນັກຂ່າວ VOV ປະຈຳ ລາວ.

       

ຕອບກັບ

ຂ່າວ/ບົດ​ອື່ນ