ຮັດແໜ້ນຄວາມສາມັກຄີມິດຕະພາບຫວຽດນາມ- ອິນໂດເນເຊຍ


ຮັດແໜ້ນຄວາມສາມັກຄີມິດຕະພາບຫວຽດນາມ- ອິນໂດເນເຊຍ - ảnh 1
ທ່ານ ຫງວຽນ​ດັງ​ຕ້ຽນ ປະ​ທານ​ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ- ອິນ​ໂດ​ເນ​ເຊຍ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​

(vovworld)- ແຕ່​ວັນ​ທີ 11 ຫາ​ວັນ​ທີ 15/1/2016, ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ- ອິນ​ໂດ​ເນ​ເຊຍ​ໂດຍ​ທ່ານ ຫງວຽນ​ດັງ​ຕ້ຽນ ປະ​ທານ​ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ- ອິນ​ໂດ​ເນ​ເຊຍ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ອິນ​ໂດ​ເນ​ເຊຍ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ມາ​ຄົມ​ມິດ​ຕະ​ພາບຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຊົມ​ເຊີຍ​ເຫດ​ການ ສະ​ມາ​ຄົມ​ມິດ​ຕະ​ພາບ​ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

      ວັນ​ທີ 13/1, ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ- ອິນ​ໂດ​ເນ​ເຊຍ​ໄດ້​ເຮັດ​ວຽກ​ກັບ ສະ​ມາ​ຄົມ​ມິດ​ຕະ​ພາບ​ ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ, 2 ຝ່າຍສະ​ແດງ​ຄວາມຫວັງ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ອະ​ນາ​ຄົດ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ, ເຊື່ອມ​ຕໍ່​ກັນ​ໃນ​ທຸກໆ​ຂົງ​ເຂດ.

   ໃນ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ- ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ແລະ ເຮັດ​ວຽກ​ກັບ​ເຈົ້າ​ຄອງ​ນະ​ຄອນ​ຈາ​ກາ​ຕາ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ, ໄປ​ຢ້ຽມ​ຢາມ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ອິ​ນໂດ​ເນ​ເຊຍ.
ຂ່າວ/ບົດ​ອື່ນ