ຮູ້ບຸນຄຸນ,ອາໄລຫາບັນດານັກຮົບປ້ອງກັນເກາະຫີນ ກາກມາ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນດຳເນີນການຕໍ່ສູ້ປົກປັກຮັກສາເກາະ ກາກມາ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ (14 ມີນາ 1988 – 14 ມີນາ 2018)
ຮູ້ບຸນຄຸນ,ອາໄລຫາບັນດານັກຮົບປ້ອງກັນເກາະຫີນ ກາກມາ - ảnh 1 (ຮູ້ບຸນຄຸນ,ອາໄລຫາບັນດານັກຮົບປ້ອງກັນເກາະຫີນ ກາກມາ)

ວັນທີ 13 ມີນາ, ຄະນະຕິດຕໍ່ມູນເຊື້ອທະຫານເຈື່ອງຊາ ຢູ່ດ່ານັ້ງ ໄດ້ຈັດພິທີສູດມົນພາວະນາອາໄລຫາບັນດານັກຮົບວິລະຊົນ ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລ ແລະ ໝູ່ເກາະຂອງປະເທດຊາດ. ທີ່ພິທີ, ບັນດານັກຮົບເກົ່າເຈື່ອງຊາ ພ້ອມກັບຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ເປັນຈຳນວນຫຼາຍ ຢູ່ນະຄອນດ່ານັ້ງ ໄດ້ໄວ້ອາໄລ, ຖະຫວາຍທູບທຽນ ແລະ ສະແດງຄວາມຮູ້ບຸນຄຸນ, ອາໄລຫານັກຮົບ 64 ຄົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃນເກາະ ກາກມາ ຂອງຫວຽດນາມ ໃນວັນທີ 14 ມີນາ 1988.

ຕອບກັບ

ຂ່າວ/ບົດ​ອື່ນ