ຮັບປະກັນຄວາມປອດໄພໃຫ້ລະບົບຂໍ້ມູນໃນລະບົບ Cloud Conputing

(VOVWORLD) -Cloud Conputing ແມ່ນການແຈກຢາຍຊັບພະຍາກອນເຕັກໂນໂລຊີຂໍ້ມູນຂ່າວສານ ຕາມຄວາມຕ້ອງການນຳໃຊ້ຜ່ານອິນເຕີແນັດ, ດ້ວຍວິທີເຊົ່າການບໍລິການ.
ຮັບປະກັນຄວາມປອດໄພໃຫ້ລະບົບຂໍ້ມູນໃນລະບົບ Cloud Conputing - ảnh 1(ກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດປີ 2021)

ໃນລະຫວ່າງວັນທີ 27 – 28 ຕຸລາ, ໄດ້ດຳເນີນກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດປີ 2021, ໂດຍກົມຄວາມປອດໄພຂໍ້ມູນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ພ້ອມກັບກຸ່ມບໍລິສັດ IEC ຈັດຕັ້ງ. ວັນທີ 28 ຕຸລາ, ວາລະປຶກສາຫາລືຫົວເລື່ອງສະເພາະ 2 ຄັ້ງ ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການຮັກສາຄວາມປອດໄພຂອງຂໍ້ມູນໃນເຄືອຂ່າຍອີນເຕີແນັດໃຫ້ແກ່ Cloud Conputing ກໍ່ຄືລະບົບຂໍ້ມູນຂອງວິສາຫະກິດໃນວິວັດທະນາການຫັນເປັນດີຈີຕອນ.

        Cloud Conputing ແມ່ນການແຈກຢາຍຊັບພະຍາກອນເຕັກໂນໂລຊີຂໍ້ມູນຂ່າວສານ ຕາມຄວາມຕ້ອງການນຳໃຊ້ຜ່ານອິນເຕີແນັດ, ດ້ວຍວິທີເຊົ່າການບໍລິການ. ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ປຸກລະດົມບັ້ນຊຸກຍູ້ການຫັນເປັນດີຈີຕອນ ດ້ວຍລະບົບ Cloud Conputing ຫວຽດນາມ ແລະ ຢືນຢັນເຕັກໂນໂລຊີ Cloud Conputing ແມ່ນໜຶ່ງໃນບັນດາເສົາຄ້ຳເຕັກໂນໂລຊີຂອງວິວັດການຫັນເປັນດີຈີຕອນ. ທ່ານ ຫງວຽນແທງຟຸກ, ຫົວໜ້າກົມຄວາມປອດໄພຂໍ້ມູນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ເນັ້ນໜັກວ່າ.

        “ໃນໂຄງການຫັນເປັນດີຈີຕອນແຫ່ງຊາດ ເຊິ່ງລັດຖະບານໄດ້ເຊັນອະນຸມັດຜ່ານ, ໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການຫັນເປັນດີຈີຕອນ ແມ່ນຕ້ອງເວົ້າເຖິງເຕັກໂນໂລຊີ Cloud Conputing. ທາງກະຊວງໄດ້ປະກາດໃຊ້ເອກະສານບາງສະບັບ ເພື່ອຊຸກຍູ້ການພັດທະນາຂອງ Cloud Conputing. ນີ້ກໍ່ແມ່ນການກຳນົດທິດເພື່ອໃຫ້ວິສາຫະກິດ ຫວຽດນາມ ເປັນເຈົ້າເຕັກໂນໂລຊີຄອມພິວເຕີ້ຟັງຫວຽດນາມ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ແກ່ Cloud Conputing, ເພື່ອນຳໃຊ້, ຜັນຂະຫຍາຍໃຫ້ແກ່ແຕ່ລະອົງການຈັດຕັ້ງ, ວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ