ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -   ເວທີປາໄສ “ຄວາມໝັ້ນຄົງດ້ານພະລັງງານເພື່ອການພັດທະນາແບບຍືນຍົງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 22 ທັນວາ ຢູ່ຮ່າໂນ້ຍ ແມ່ນເພື່ອແນໃສ່ຜັນຂະຫຍາຍການປະຕິບັດມະຕິສູນກາງ ວ່າດ້ວຍການກຳນົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045.
 ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1  ເວທີປາໄສ “ຄວາມໝັ້ນຄົງດ້ານພະລັງງານເພື່ອການພັດທະນາແບບຍືນຍົງ” (ພາບ: baotainguyenmoitruong.vn)

ຕາມທ່ານ ຫງວຽນວັນວີ, ຮອງປະທານສະຫະສະມາຄົມພະລັງງານຫວຽດນາມ ແລ້ວ, ໄລຍະ 2020 – 2050, ລະບົບພະລັງງານ ຫວຽດນາມ ຈະຜ່ານຜ່າໄລຍະຫັນປ່ຽນຈາກເຊື້ອໄຟຟອດຊິວໄປເປັນພະລັງງານຜະລິດຄືນໃໝ່. ໄຟຟ້າສະອາດແມ່ນແຫຼ່ງພະລັງງານຕົ້ນຕໍ, ສົມທົບກັບເຕັກໂນໂລຢີດີຈີຕອນ ຊ່ວຍນຳໃຊ້ແຫຼ່ງໄຟຟ້າໃຊ້ພະລັງງານຜະລິດຄືນໃໝ່ດ້ວຍລາຄາຕ່ຳໃຫ້ໄດ້ຢ່າງສຸດຂີດ ແລະ ນັບມື້ນັບເພີ່ມຂຶ້ນ.

        ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບັນດາຜູ້ແທນຖືວ່າ ຄວນປັບປຸງກົດໝາຍວ່າດ້ວຍພະລັງງານໄຟຟ້າ ເພື່ອສ້າງເງື່ອນໄຂດຶງດູດເງິນລົງທຶນຈາກທົ່ວສັງຄົມ, ນຳເຂົ້າເຄື່ອນໄຫວລະບົບສະສົມແຫຼ່ງພະລັງງານຜະລິດຄືນໃໝ່ໃສ່ກັບການພັດທະນາຕະຫຼາດໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ