ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍພົ້ນອອກຈາກບັນດາຮູບການຈຳແນກການປະພຶດ

(VOVWORLD) - ວັນທີ 07 ພະຈິກ, ທີ່ຮ່າໂນ້ຍ, ກົມເດັກນ້ອຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ສະມາຄົມປົກປ້ອງສິດຂອງເດັກນ້ອຍ ຫວຽດນາມ, ສູນຄົ້ນຄວ້າການຄຸ້ມຄອງ ແລະ ພັດທະນາແບບຍືນຍົງ (MSD), ອົງການກູ້ຊ່ວຍເດັກນ້ອຍສາກົນຢູ່ ຫວຽດນາມ (Save the Children)
ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍພົ້ນອອກຈາກບັນດາຮູບການຈຳແນກການປະພຶດ - ảnh 1 ກອງປະຊຸມເຈລະຈານະໂຍບາຍ “ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍພົ້ນອອກຈາກບັນດາຮູບການຈຳແນກການປະພຶດ” (ພາບ: ອິນເຕີແນັດ) 

ສົມທົບກັນຈັດຕັ້ງກອງປະຊຸມເຈລະຈານະໂຍບາຍ “ຮັບປະກັນສິດໄດ້ຮັບການປົກປ້ອງຂອງເດັກນ້ອຍຫລຸດພົ້ນອອກຈາກບັນດາຮູບການຈຳແນກການປະພຶດ”.

        ກອງປະຊຸມເຈລະຈາ ແນໃສ່ຈຸດປະສົງຍົກສູງຄວາມຮັບຮູ້ໃຫ້ບັນດາພໍ່ແມ່, ຜູ້ເບິ່ງແຍງເດັກ, ຄູອາຈານ, ນັກຂ່າວ, ພະນັກງານທີ່ປະຕິບັດວຽກງານປົກປ້ອງເດັກ ແລະ ເດັກນ້ອຍກ່ຽວກັບສິດໄດ້ຮັບການປົກປ້ອງຫລຸດພົ້ນອອກຈາກບັນດາຮູບການຈຳແນກການປະພຶດຂອງເດັກນ້ອຍ; ພ້ອມທັງ ສະເໜີແນະ ແລະ ແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມ, ມາດຕະການກໍ່ສ້າງ, ປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ແລະ ຊຸກຍູ້ການປະຕິບັດບັນດານະໂຍບາຍ, ກົດໝາຍກ່ຽວກັບການຮັບປະກັນສິດຂອງເດັກນ້ອຍຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ