(VOVWORLD) - ກອງປະຊຸມໃຫຍ່ໄດ້ດຳເນີນການປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາຈຳນວນກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ແມ່ນ 200 ສະຫາຍ, ລວມມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງບັນດາກຳມະການສົມບູນສູນກາງພັກ ແລະ ບັນດາກຳມະການສຳຮອງ ຄະນະບໍລິຫານງານສູນກາງພັກ
(ພາບ: TTXVN)
|
ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ເຮັດວຽກໝົດມື້ ເພື່ອປຶກສາຫາລື ແລະ ປະຕິບັດບັນດາເນື້ອໃນກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະປະທານ ຕາງໜ້າໃຫ້ຄະນະປະທານບໍລິຫານກອງປະຊຸມ. ທ່ານ ເລມິນຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ຕາງໜ້າຄະນະປະທານສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV.
ກອງປະຊຸມໃຫຍ່ໄດ້ດຳເນີນການປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາຈຳນວນກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ແມ່ນ 200 ສະຫາຍ, ລວມມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ເຮັດວຽກຢູ່ທີ່ຄະນະຄົ້ນຄວ້າ, ປຶກສາຫາລືບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV; ຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ສະໝັກຮັບເລືອກຕັ້ງ ແລະ ຄົ້ນຄວ້າບັນດາສຳເນົາເອກະສານບຸກຄະລາກອນ. ຄະນະປະທານໄດ້ຮັບຟັງບັນດາຫົວໜ້າຄະນະລາຍງານກ່ຽວກັບໝາກຜົນການປຶກສາຫາລືຂອງບັນດາຄະນະຜູ້ແທນສຳລັບບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV; ເລື່ອງຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ຮັບສະໝັກເລືອກຕັ້ງ, ບັນດາກໍລະນີຖອນຕົວອອກຈາກບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ສະໜັກຮັບເລືອກຕັ້ງເຂົ້າໃນບັນຊີລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV.
ຄະນະປະທານລາຍງານຕໍ່ກອງປະຊຸມໃຫຍ່ ແລະ ລົງປະຊາມະຕິບັນຊີລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV; ເລືອກຕັ້ງຄະນະນັບບັດເລືອກຕັ້ງ; ຄະນະນັບບັດເລືອກຕັ້ງຈົດບັດ, ປ່ອນບັດ, ປະກາດໝາກຜົນ ແລະ ຮັບຮອງເອົາບັນຊີລາຍຊື່ບັນດາຜູ້ແທນໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກສະໄໝທີ XIV.
ວັນທີ 23 ມັງກອນ, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງທີ 1. ຕອນບ່າຍວັນດຽວກັນ, ກອງປະຊຸມໃຫຍ່ຈະຈັດວາລະອັດກອງປະຊຸມ.