ຮູບເງົາ “ຝົນແດງ” ແນະນຳທາງໂທລະພາບ
(VOVWORLD) - ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.
ຮູບເງົາ “ຝົນແດງ” (ພາບ: ຄະນະຈັດຕັ້ງ) |
ເນື່ອງໃນໂອກາດສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 81 ປີ (22/12/1944 - 22/12/2025), ຮູບເງົາຝົນແດງ ໄດ້ແນະນຳຜ່ານຊ່ອງໂທລະພາບ. ຮູບເງົາ “ຝົນແດງ” ເປັນຄັ້ງທຳອິດ ໄດ້ສາຍໃນຊ່ອງໂທລະພາບໃນຕ່ອນຄ່ຳວັນທີ 20 ທັນວາໃນຊ່ອງໂທລະພາບປ້ອງກັນຊາດ ຫວຽດນາມ ແລະ ຕ່ອນຄຳວັນ 21 ທັນວາ, ສືບຕໍ່ໄດ້ສາຍໃນຊ່ອງໂທລະພາບ ຫວຽດນາມ ໃນຊ່ອງ VTV3 ແລະ VTV8. ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ. ຮູບເງົາ ຝົນແດງ ຄ້ວາໄດ້ລາງວັນ ດອກບົວຄຳຢູ່ງານມະໂຫລານຮູບເງົາ ຫວຽດນາມຄັ້ງທີ 24. ຮູບເງົາກໍ່ໄດ້ສົ່ງເຂົ້າຮູບຄັດເລືອກ ຈັດອັນດັບຮູບເງົາສາກົນ ດີເດັ່ນຂອງລາງວັນ Oscar 2026.