ຮູບເງົາຫວຽດນາມດຶງດູດປະຊາຊົນສ.ເຊັກໂກ

ຮູບເງົາຫວຽດນາມດຶງດູດປະຊາຊົນສ.ເຊັກໂກ - ảnh 1
ໂຮງ​ສາຍ​ຮູບ​ເງົາ Lucerna ຢູ່​ນະ​ຄອນ​ຫຼວງ Praha
(ພາບ: baotintuc.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 17/09, ມີ​ປະ​ຊາ​ຊົນ​ສ.ເຊັກ​ໂກ ນັບ​ຮ້ອຍ​ຄົນ ໄດ້​ມາໂຮງ​ສາຍ​ຮູບ​ເງົາ Lucerna ຢູ່​ນະ​ຄອນ​ຫຼວງ Praha ເພື່ອ​ຊົມ​ຮູບ​ເງົ​າ “ຊີ​ວິດ​ຂອງ​ ອ໋ຽນ”. ນີ້​ແມ່ນ​ຮູບ​ເງົາ​ຂອງ​ຫວຽດ​ນາມ ໄດ້​ສາຍ​ຢູ່​ງານ​ມະ​ໂ​ຫລ​ານ​ຮູບ​ເງົາ​ອາ​ຊຽ​ນ​ຄັ້ງ​ທີ 5, ຢູ່​ສ.ເຊັກ​ໂກ. ເອື້ອຍ Martina Mikova, ຊາວ​ສ.ເຊັກ​ໂກ, ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຫຼວງ Praha ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຮູບ​ເງົ​ານີ້​ມ່ວນ​ຫຼາຍ, ຍ້ອນ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ຫວຽດ​ນາມ, ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າຍັງ​ບໍ່​ທັນ​ໄດ້​ມາ​ຢ້ຽມ​ຢາມ​​ຫວຽດ​ນາມ ຈັກ​ເທື່ອ, ແຕ່ເມື່ອ​ໄດ້​ຮັບ​ຊົມ​ຮູບ​ເງົາ​ທີ່​ໄດ້​ສາຍ​ໃນ​ມື້ນີ້, ​ຂ້າ​ພະ​ເຈ​ົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ, ກ່ຽ​ວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ​ກ່ອນນີ້. ຂ້າ​ພະ​ເຈົ້າ​ຊົມ​ຊອບຕົວ​ນະ​ຄອນ​ເອກ, ລາວ​ແມ່ນ​ແມ່​ຍິງ​ທີ່ກ​້າ​ຕໍ່​ສູ້​ເພື່ອ​ຜົວ, ເພື່ອລູກ​ ແລະ ​ຕົນເອງ”.

ຂ່າວ/ບົດ​ອື່ນ