ຮັບເອົາຄວາມເຫັນກ່ຽວກັບການສ້າງແຜນຮ່າງປະຕິບັດການປະກັນສຸຂະພາບທົ່ວປວງຊົນ 2012 - 2015

ຮັບເອົາຄວາມເຫັນກ່ຽວກັບການສ້າງແຜນຮ່າງປະຕິບັດການປະກັນສຸຂະພາບທົ່ວປວງຊົນ 2012 - 2015 - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄວາມ​ເຫັນ
( ພາບ: t5g.org.vn )

(vovworld) -     ວັນ​ທີ 13/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ປະກັນ​ສັງຄົມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄວາມ​ເຫັນ​ກ່ຽວ​ກັບ​ການສ້າງແຜນ​ຮ່າງ​ປະຕິບັດ​ຂັ້ນ​ຕອນ​ກ້າວໄປ​ເຖິງການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ໄລຍະ 2012 – 2015 ​ແລະ ຮອດ​ປີ 2020 ຢູ່​ເຂດ​ພາກ​ໃຕ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກບັນດາ​ມາດ​ຕະການລວມ ​ແລະ ໝວດມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ​ຕາມ​ແຕ່ລະ​ເປົ້າ​ໝາຍ, ​ເພື່ອ​ປະຕິບັດ​ຈຸດໝາຍ​ລວມ​​ແມ່ນ​ຮອດ​ປີ 2015 ມີ​ກວ່າ 75% ຈຳນວນ​ພົນລະ​ເມືອງ ​ແລະ ປີ 2020 ມີ​ກວ່າ 90% ຈຳນວນ​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ປະກອບສ່ວນ​ສ້າງ​ແຫຼ່ງການ​ເງິນຢ່າງ​ໝັ້ນຄົງ​ໃຫ້​ແກ່​ວຽກ​ງາ​ນ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຕາມ​ທິດ​ຍຸດຕິ​ທຳ, ມີ​ປະສິດທິ​ຜົນ, ຄຸນ​ນະພາ​ບ ​ແລະ ພັດທະນາ.

ພາຍຫຼັງ​​ເກືອບ 20 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝ​າຍກ່ຽວ​ກັບ​ການ​ປະກັນ​ສຸຂະພາບ ​ແລະ 3 ປີ​ແຫ່ງການ​ປະຕິບັດ​ກົດໝາຍວ່າ​ດ້ວຍປະກັນ​ສຸຂະພາບ​, ​ໄລ່​ມາ​ຮອດ​ທ້າຍ​ປີ 2011, ​ໄດ້​ມີ​ເກືອບ 56 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ (ກວມ​​ເກືອບ 64% ຈຳນວນ​ພົນລະ​ເມືອງ), ​ໃນນັ້ນ​ຜູ້​ທຸກ​ຍາກ ​ແລະ ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ​ເຊິ່ງລັດ​ໜູນ​ຊ່ວຍ​ຄ່າ​ປະກັນ​ສຸຂະພາບ​ທັງ​ໝົດ.

ຂ່າວ/ບົດ​ອື່ນ