ຮັບເອົາຄຳຄິດຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992

ຮັບເອົາຄຳຄິດຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
(ພາບປະກອບ)

(vovworld) -     ​ວັນ​ທີ 02/01, ​​ເຊິ່ງແມ່ນ​ມື້​ທຳ​ອິດຂອງ​ບັ້ນ​ເຄື່ອນ​ໄຫວຮັບ​ເອົາຄຳ​ຄິດ​ຄຳ​ເຫັນ​ຈາກ ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ເຊິ່ງຈະ​ແກ່ຍາວ​ຮອດ​ວັນ​ທີ 31/3. ຕາມ​ມະຕິຕົກລົງ​ໂດ​ຍທ່ານ​ປະທານ​ສະພາ​ແຫ່ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊັນ​ປະກາດ​ໃຊ້​ໃນ​ວັນ​ທີ 28/12/2012, ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ລະດົມ​ພູມ​ປັນ​ຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ໝູ່​ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ຄວາມ​ມຸ້ງ​ມາດປາດ​ຖະໜາ​ຂອງ​ປະຊາຊົນ​ໃນ​ການປັບປຸງ​ລັດຖະທຳ​ມະນູນ​ປີ 1992, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ໜ້າ​ທີ່​ຮັບຜິດ​ຊອບ​ຂອງ​ແຕ່​ລະ​ສ່ວນ​ບຸກຄົນ, ອົງການ, ສຳນັກງານທີ່​ມີ​ຕໍ່​ເລື່ອງປັບປຸງ​ລັດຖະທຳ​ມະນູນ​ ​ແລະ ປະ​ຕີ​ບັດ​ລັດຖະທຳ​ມະນູນ. ​ເລື່ອງ​ປຶກສາ​ຫາລື, ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ວິທີ​ທີ່​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະຊາຊົນ ຫວຽດນາມ ​ທຸກ​ຊັ້ນ​ວັນນະທັງຢູ່​ພາຍ​ໃນ ​ແລະ ​ອາ​ໄສ​ຢູ່ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນຕ້ອງ​ໄດ້ດຳ​ເນີນ​ໄປ​ຢ່າງ​ກວ້າງຂວາງ, ມີປະຊາທິປະ​ໄຕ, ວິທະຍາສາດ, ​ເປີດ​ເຜີຍ; ຮັບປະກັນ​ໃຫ້​ຖືກຕ້ອງຕາມ​ລະດັບ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບ, ​ແທດ​ຈິງ ​ແລະ ປະຢັດ. ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ ຕ້ອງ​ໄດ້​ຮັບ​ການ​ລວບ​ລວມ, ສະຫຼຸບ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ ​ແລະ ຄົ້ນ​ຄ້ວາຮັບ​ເອົາຄຳ​ເຫັນ, ອະພິປາຍ​ຢ່າງ​ເຂັ້ມ​ງວດ​ເພື່ອ​ສຳ​ເລັດຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ບັນດາ​ຮູບ​ແບບ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ​ລວມມີ: ການ​ປະ​ກອບຄຳ​ເຫັນໂດຍ​ກົງ ຫຼື ​ເປັນ​ລາຍ​ລັກ​ອັກສອນສົ່ງ​ເຖິງ​ບັນດາ​ອົງການ, ສຳນັກງານປຶກສາ​ຫາລື​ຢູ່​ທີ່​ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ, ​​ການໂອ້ລົມ​ສົນທະນາ ຫຼືຜ່ານ​ແວບ​ໄຊ​ເອ​ເລກ​ໂຕ​ນິກຂອງ​ສະພາ​ແຫ່ງ​ຊາດດ້ວຍ​ລະຫັດ duthaoonline.quochoi.vn ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ