ຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງໃນການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕ

ຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງໃນການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕ  - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 17/10
(ພາບ:
Thanh Tùng)

(vovworld)​ ​- ຕອນ​ເຊົ້າ​ວັນ​ທີ 17/10, ຢູ່​ນະຄອນເກິ​ນ​ເທີ, ຄະນະ​ເສດຖະກິດ​ສູນ​ກາງ, ຄະນະ​ຊິ້ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້, ກະຊວງ​ແຜນການ ​ແລະ ການລົງທຶນ ​ ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຮ່ວມ​ສຳພັນ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​​ເຕີບ​ໂຕ​​ ”. ທ່ານ​ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງ​ ເວື​ອງດິ່ງ​ເຮ້ວ, ການນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ສະ​ຖາ​ບັນ ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ ດັ້ງ​ຮຸຍ​ດົງ ​ໄດ້​ປະກາດ​ຮ່າງ​ກົດ​ລະບຽບຮ່ວມ​ສຳພັນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທົດ​ລອງ. ຈຸດໝາຍ​ຂອງ​ກົດ​ລະບຽບ​ນີ້ ​ ເພື່ອແນ​ໃສ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​ດີ​ກ່ວາ​ອີກ; ພ້ອມ​ທັງ​ສ້າງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໃຫ້​ກາຍ​ເປັນ​ເຂດ​ຈຸດ​ສຸມ​ໃນ​ການ​ຜະລິດ​ກະ​ສິ​ກຳ; ຫັນ​ເປັນ​ທັນ​ສະ​ໄໝ​ຕິດ​ພັນ​ກັບການ​ຜະລິດ​ສິນຄ້າ​​ແບບ​ລວມສູນ, ມີຂອບ​ຂະໜາດ​ໃຫຍ່, ​ອຸດສາ​ຫະກຳ ​ແລະ ບໍລິການ​ພັດທະນາ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ. ຈາກ​ນັ້ນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ລວມ ຂອງ​ປະ​ເທດ.

        ຢູ່​ທີ່​ນີ້ມີ​ການ​ຮ່ວມ​ສຳພັນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ຊົນລະປະທານ,      ຄົມມະນາຄົມ ​ແລະ ມີ​ບັນດາໂຄງການ​ຮ່ວມ​ສຳພັນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງບົນ​ພື້ນຖານ​ຕະຫຼາດ, ນັ້ນ​ແມ່ນ​ຮ່ວມ​ສຳພັນ​ບັນດາ​ຜະລິດ​ຕະພັນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ກົນ​ໄກ​ຮ່ວມ​ສຳພັນຕາ​ມຮູບ​ແບບ​​ນີ້​ຈຶ່ງ​ສາມາດ​​​ແກ້​ໄຂ​ສິ່ງທີ່​ຍັງ​ຄົງຄ້າງຄາໃນ​ບັນດາ​ຜະລິດ​ຕະພັນ​ຂອງ​ເຂດທົ່ງພຽງ​ແມ່​ນ້ຳຂອງ​ຄື: ​ເຂົ້າ, ໝາກ​ໄມ້ ​ແລະ ສິນ​ໃນ​ນ້ຳ.


ຂ່າວ/ບົດ​ອື່ນ