ຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່ຕ່າງປະເທດ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບບັນດາພະນັກງານ, ຄູອາຈານມະຫາວິທະຍາໄລ, ນັກຊ່ຽວຊານພາສາສາດ, ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ
ຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່ຕ່າງປະເທດ - ảnh 1 ຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່ຕ່າງປະເທດ (ພາບ: TTXVN)

ຕອນບ່າຍວັນທີ 06 ມັງກອນ, ທີ່ນະຄອນ ໂຮ່ຈີມິນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັບກະຊວງສຶກສາ ແລະ ບຳ ລຸງສ້າງ, ກະຊວງການຕ່າງປະເທດຈັດຕັ້ງການໂອ້ລົມສົນທະນາສົມທົບໜູນຊ່ວຍວຽກງານສອນ ແລະ ຮຽນພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບບັນດາພະນັກງານ, ຄູອາຈານມະຫາວິທະຍາໄລ, ນັກຊ່ຽວຊານພາສາສາດ, ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັນແບ່ງປັນບົດຮຽນໃນວຽກງານສອນພາສາ ຫວຽດ ໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດ; ໄຈ້ແຍກບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ປຶກສາຫາລືມາດຕະການແກ້ໄຂ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານສອນ ແລະ ຮຽນພາສາ ຫວຽດ ໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ບັນດາຜູ້ແທນລ້ວນແຕ່ເຫັນດີກ່ຽວກັບລັກສະນະຈຳເປັນຂອງເລື່ອງຮັກສາ ແລະ ຍູ້ແຮງການສອນ ແລະ ຮຽນພາສາ ຫວຽດ ໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ວາອີກ ແນໃສ່ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ມູນເຊື້ອຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ