ຮອງນາຍົກ Hoang Trung Hai ລົງກວດກາການສຳຫຼວດຊອກຫາ ແຮ່ຢູເຣນຽມ ໃນແຂວງກວາງນາມ

ຮອງນາຍົກ Hoang Trung Hai ລົງກວດກາການສຳຫຼວດຊອກຫາ ແຮ່ຢູເຣນຽມ ໃນແຂວງກວາງນາມ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ລົງ​ກວດກາ​ສະພາບການປະຕິບັດ​ແຜນ​ແມ່​ບົດ​ສຳ​ຫຼວດຊອກ​ຫາ​ແຮ່​ຢູ​ເຣນຽມທີ່​ບໍລິເວນ ຕາ​ແສງ​ປາ​ເລື່ອ​-ປາຣົງ (ພາບ: hoangtrunghai.net)

Vovword- ຕອນ​ເຊົ້າ​ວັນ​ທີ 21/7,  ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ພ້ອມ​ກັບ​ຄະນະ​ປະ​ຕິ​ບັດ​ງານ​ລັດຖະບານ​ໄດ້​ ລົງ​ກວດກາ​ສະພາບການປະຕິບັດ​ແຜນ​ແມ່​ບົດ​ສຳ​ຫຼວດຊອກ​ຫາ​ແຮ່​ຢູ​ເຣນຽມທີ່​ບໍລິ​ເວນຕາ​ແສງ​ປາ​ເລື່ອ​-ປາຣົງ ທີ່​ເມືອງ​ນາມ​ຢາງແຂວງ​ກວາງ​ນາມ. ແຜນ​ແມ່​ບົດ​ສຳ​ຫຼວດ ຊອກ​ຫາ​ແຮ່​ຢູ​ເຣນຽມທີ່​ບໍລິ​ເວນ​ຕາ​ແສງ​ປາ​ເລື່ອ​-ປາຣົງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ມາ​ແຕ່​ເດືອນ 4 ປີ 2010. ພາຍຫຼັງ​ລົງ​ໄປ​ກວດກາ​ຕົວ​ຈິງ, ທ່ານຮອງ​ນາຍົກ ລັດຖະມົນຕີ Hoang Trung Hai ​ເນັ້ນ​ໜັກ​​ເຖິງຈຸດໝາຍ ​ແລະ ຄວາມ​ໝາຍ​ຂອງການ​ສຳ​ຫຼວດຊອກ​ຫາ​ແຮ່​ຢູ​ເຣນຽມ ຊຶ່ງ​ແມ່ນ​ແຫຼ່ງພະລັງງານ​ສະ​ສົມ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຜະລິດ​ພະລັງງານ​ປະລະມານູ​ເພື່ອ​ຈຸດປະສົງ​ສັນຕິພາບ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ສະ​ເໜີ​ບັນດາ​ຫົວໜ່ວຍ​ຄວນ​ສຸມ​ໃສ່, ຮັບປະກັນ​ບັນດາ​ຈຸດໝາຍ, ໜ້າ​ທີ່ ​ແລະ ​ແຜນການ​ຊຶ່ງ​ລັດຖະບານ​ໄດ້​ຊີ້​ນຳ, ພ້ອມ​ກັນ​ນັ້ນ ກໍ​ນຳ​ສະ​ເໜີ​ບັນດາ​ການ​ກຳນົດ​ທິດ, ວິທີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ.
ຂ່າວ/ບົດ​ອື່ນ