ຮອງນາຍົກລັດຖະມົນ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເຈົ້າແຂວງໆຫົວພັນ

ຮອງນາຍົກລັດຖະມົນ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເຈົ້າແຂວງໆຫົວພັນ - ảnh 1
(ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບ​ທ່ານ ຄຳ​ຮຸ່ງ ເຮືອງວ​ົງ​ສີ ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆຫົວ​ພັນ)

(vovworld)- ຕອນ​ບ່າຍ​ວັນ​ທີ 17/8, ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລ​າວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ຄຳ​ຮຸ່ງ ເຮືອງວ​ົງ​ສີ ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆຫົວ​ພັນ ເຂົ້າຢ້ຽມ​ຄຳ​ນັບ. ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລ​າວ ໃຫ້​ຮູ້​ວ່າ : ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ລ​ັດ​ຖະ​ບານ​ຫວຽດ​ນາມ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ລາວ ນັບ​ທັງ​ແຫຼ່ງ​ທຶນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຈຳ​ນວນ​ນັກ​ຮຽນ​ນັກ​ສຶກ​ສາ. ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລ​າວ ສະ​ເໜີ​ແຂວງ ຫົວ​ພັນ​ຈົ່ງສົ​ມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ 2 ຄະ​ນະ​ກຳ​ມາ​ທິ​ການ​ຫວຽດ​ນາມ-ລາວ, ລາວ​-ຫວຽດ​ນາມ, ແລກ​ປ່ຽນ​ກັບ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ກ່ຽວ​ຂ້ອງເປັນ​ປະ​ຈຳ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ​່າງ 2 ຝ່າຍ​ໃຫ້​ດີ​ຍິ່ງ​ໆ​ຂຶ້ນ.

ຂ່າວ/ບົດ​ອື່ນ