ຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກວດກາຄວາມຄືບໜ້າຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເ​ກິນເທີ

(VOVWORLD) - ຕອນບ່າຍວັນທີ 26 ພຶດສະພາ, ເມື່ອລົງກວດກາຄວາມຄືບໜ້າໃນການຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເກິນເທີ,
ຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກວດກາຄວາມຄືບໜ້າຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເ​ກິນເທີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກວດກາຄວາມຄືບໜ້າຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເກີນເທີ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດານັກປະມູນສຸມໃສ່ຊີ້ນຳ, ຜັນຂະຫຍາຍປະຕິບັດດ້ວຍຄວາມຮຽກຮ້ອງຕ້ອງການຕ້ອງເຊື່ອມຕໍ່ເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປຫາ ເກີນເທີ ໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຄຸນນະພາບກິດຈະກຳ, ມີຄວາມປອດໄພຢ່າງເດັດຂາດໃນວິວັດການກໍ່ສ້າງ.

        ເສັ້ນທາງຄວາມໄວສູງ ຈູງເລືອງ - ເກິນເທີ ລວມມີ 2 ໄລຍະທາງແມ່ນ ນະຄອນ ໂຮ່ຈີມິນ - ຈູງເລືອງ ແລະ ຈູງເລືອງ - ໝີທ້ວນ - ເກິນເທີ. ປັດຈຸບັນ ໄລຍະທາງແຕ່ນະຄອນ ໂຮ່ຈີມິນ - ຈູງເລືອງ ໄດ້ສຳເລັດ ແລະ ນຳເຂົ້າເຄື່ອນໄຫວແລ້ວ, ສ່ວນໄລຍະທາງ ຈູງເລືອງ - ໝີທ້ວນ - ເກີນເທີ ພວມຕັ້ງໜ້າຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ