ຮອງນາຍົກລັດຖະມົນຕີ ຝ້າມບິງມິນ ລົງເຮັດວຽກຢູ່ແຂວງໄຕນິງ

ຮອງນາຍົກລັດຖະມົນຕີ ຝ້າມບິງມິນ ລົງເຮັດວຽກຢູ່ແຂວງໄຕນິງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ້າມ​ບິງ​ມິນ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ໄຕ​ນິງ

(vovworld)- ວັນ​ທີ 13/4, ໃນ​ການ​ລົງ​ປະ​ຕິ​ບັດ​ງານ​ຢູ່​ແຂວງ​ໄຕ​ນິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ້າມ​ບິງ​ມິນ ໄດ້​ໄປ​ສຳຫຼວດ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບກວດ​ກາ “ ປະ​ຕູດຽວ, ປອງ​ດຽວ” ຢູ່​ເຂດ​ເສດ​ຖະ​ກິດ​ດ່ານ​ໝົກ​ບ່າຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ້າມ​ບິງ​ມິນ ຖື​ວ່າ ແຂວງ ໄຕ​ນິງ​ມີ​ເງື່ອນ​ໄຂຫຼາຍ​ຢ່າງ​ເພື່ອ​ປະ​ຕິ​ບັດ​ຮູບ​ແບບນີ້ ເພາະ​ແມ່ນ​ແຂວງ​ຊາຍ​ແດນ​ພຽງ​ແຂວງ​ດຽວ​ທີ່​ມີ​ເສັ້ນ​ທາງ​ເຊື່ອມ​ຕໍ່​ອາ​ຊີ​ແລ່ນ​ຜ່ານ​ບໍ​ລິ​ເວນ​ແຂວງ. ເມື່ອ​ລົງ​ຢ້ຽມ​ຢາມ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ວ່າມ​ຈາງ​ເຈົາ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ້າມ​ບິງ​ມິນ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ພະ​ນັກ​ງານ​ນັກ​ຮົບ​ ປ້ອມ​ປ້ອງ​ກັນ​ຊາຍ​ແດນ ວ່າມ​ຈາງ​ເຈົາ ໄດ້​ມີ​ການ​ເຄື່ອນ​ໄຫວ​ປະ​ສານ​ສົມ​ທົບ​ວຽກ​ງານ​ຮັກ​ສາ​ນ້ຳ​ໃຈ​ມິດ​ຕະ​ພາບ​ກັບ​ບັນ​ດາ​ກົມ​ກອງ, ທ້ອງ​ຖິ່ນ​ຂອງ​ກຳ​ປູ​ເຈຍ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ບໍ​ລິ​ເວນ.

ຂ່າວ/ບົດ​ອື່ນ