ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ໋າຍງວຽນ

(VOVWORLD) - ວັນທີ 19 ເມສາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ພ້ອມດ້ວຍຄະນະປະຕິບັດງານໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ໋າຍງວຽນ.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ໋າຍງວຽນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ຍ້ອງຍໍບັນດາໝາກຜົນ ຊຶ່ງແຂວງ ທ໋າຍງວຽນ ບັນລຸໄດ້ໃນໄລຍະຜ່ານມາ, ຢືນຢັນວ່າ: ແຂວງ ໄທງວຽນ ໄດ້ມີບາດກ້າວພັດທະນາເປັນໜ້າປະທັບໃຈ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການເກັບງົບປະມານ, ລາຍຮັບສະເລ່ຍໃສ່ຫົວຄົນ…ໝາກຜົນດັ່ງກ່າວ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນຜົນງານລວມຂອງທົ່ວປະເທດ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ: ທ໋າຍງວຽນ ແມ່ນໜຶ່ງໃນບັນດາທ້ອງຖິ່ນມີຄວາມສາມາດບົ່ມຊ້ອນ, ທ່າແຮງຫລາຍທີ່ສຸດ ແລະ ຕ້ອງການແຫຼ່ງກຳລັງອັນໃຫຍ່ຫລວງໃຫ້ແກ່ການລົງທຶນ, ພັດທະນາ,  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ສະເໜີທາງແຂວງຄວນເອົາໃຈໃສ່ຊຸກຍູ້, ດຶງດູດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດພາຍໃນປະເທດມາລົງທຶນ, ດຳເນີນທຸລະກິດ, ເປັນຕົ້ນແມ່ນໃນຂົງເຂດກະສິກຳເຕັກໂນໂລຢີສູງ.

 

ຕອບກັບ

ຂ່າວ/ບົດ​ອື່ນ