ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຕີມໍຕາເວັນອອກ

(VOVWORLD) - ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບ ທ່ານນາງ Pascoela Barreto Dos Santos, ເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ ປະຈຳ ຫວຽດນາມ. 
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຕີມໍຕາເວັນອອກ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີ ທ່ານນາງ Pascoela Barreto Dos Santos ຕັ້ງໜ້າເຊື່ອມຕໍ່ລະຫວ່າງບັນດາອົງການສຳນັກງານຮັບຜິດຊອບຂອງສອງປະເທດ ເພື່ອສ້າງເງື່ອນໄຂໃຫ້ບັນດານັກລົງທຶນຫວຽດນາມ ລົງທຶນເຂົ້າໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ນໍ້າມັນອາຍແກັສ ແລະ ກະສິກຳ ຢູ່ຕີມໍຕາເວັນອອກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຕີມໍຕາເວັນອອກ ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດຕື່ມອີກ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນະຖາວອນ ໃນພາກພື້ນອາຊີຕາເວັນອອກ. ສ່ວນ, ທ່ານນາງເອກອັກຄະລັດຖະທູດ Pascoela Barreto Dos Santos ຢັ້ງຢືນວ່າ ດ້ວຍຖານະຕຳແໜ່ງເປັນເອກອັກຄະລັດຖະທູດ, ຈະເຮັດຈົນສຸດຄວາມສາມາດຕົນເພື່ອປະກອບສ່ວນເພີ່ມທະວີ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ດີຍິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ