ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ກອນຕູມ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ກອນຕູມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ກອນ​ຕູມ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 06/07, ທີ່​ການ​​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ກອນ​ຕູມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ກອນ​ຕູມ ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ 6 ​ເດືອນ​ຕົ້ນ​ປີ 2014. ​ໃນ​ເງື່ອນ​ໄຂ​​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ​ແຕ່​ແຂວງ​ຍັງຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ​ໄດ້​ໄວ້ 11,68%, ບັນດາ​ອົງການ​ສິ້ນ​ເຊື່ອ​ໄດ້​ລະດົມ​​ຈຳນວນ​ເງິນ 7.000 ຕື້​ດົງ​ເພື່ອ​ໃຫ້​ກູ້​ຢືມຮັບ​ໃຊ້​ການ​ພັດທະນາ​ການ​ຜະລິດ; ຂົງ​ເຂດ​ສາທາລະນະ​ສຸກ, ວັດທະນະທ​ຳ, ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່; ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາ​ມສະຫງົບ​ໄດ້​ຮັກ​ສາ​ໄວ້​ຢ່າງ​ໝັ້ນຄົງ. ກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ​ໃສ່​ໃຈ​ວ່າ.

        “ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາ​ມ​ສະຫງົບ, ສ້າງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ, ສົມທົບ​ກັບ​ບັນດາ​ກຳລັງ​ໃນ​ບໍລິ​ເວັນ​ແຂວງ​ຢ່າງ​ແໜ້ນ​ແຟ້ນ ​ເປັນ​ເຈົ້າ​ການ​ຮັບປະກັນຄວາ​ມສະຫງົບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ຕ້ອງ​ຍູ້​ແຮງ, ​ເປີດ​ກວ້າງ​ການ​ພົວພັນ​​ດ້ານ​ເສດຖະກິດ​ກັບ​ຫຼາຍ​ປະ​ເທດ, ສ້າງ​​ເຂດຊາຍ​ແດນ​ແຫ່ງ​ສັນຕິພາບ. ບັນດາ​ອົງການ​ສູນ​ກາງ​ຕ້ອງ​ໜູນ​ຊ່ວຍ​ແຂວງ​ກອນ​ຕູມ​ ຢ່າງ​ທັນ​ການ ​ໃນ​ນັ້ນ​ມີ​ເລື່ອງ​ສົ່ງ​ບັນດາ​ຄະນະ​ປະຕິບັດ​ງານໃນສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ​​ໄປຊ່ວຍ​ກອນ​ຕູມ ຄົ້ນຄວ້າການ​ຫັນປ່ຽນ​ໂຄງ​ປະກອບ​​ເສດຖະກິດ​ເພື່ອ​ນຳ​ໃຊ້​ທ່າ​ແຮງ, ທ່າ​ໄດ້​ບຽບ. ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ ພິ​ເສດ​ແມ່ນ​ຢູ່​ບັນດາ​ເມືອງ​ທີ່​ຫຍຸ້ງຍາກ”

ຂ່າວ/ບົດ​ອື່ນ