ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບຮອງລັດຖະມົນຕີກະຊວງສື່ສານ ກູຍບາ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບຮອງລັດຖະມົນຕີກະຊວງສື່ສານ ກູຍບາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ແລະ ທ່ານຮອງລັດຖະມົນຕີ​ກະຊວງ ສື່ສານ ກູ​ຍບາ Wilfredo Gonzales Vidal
(ພາບ: VGP/Từ Lương)

(​vovworld) – ຕອນ​ບ່າຍ​ວັນ​ທີ 9/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​​ທ່ານຮອງລັດຖະມົນຕີ​ກະຊວງ ສື່ສານ ກູ​ຍບາ Wilfredo Gonzales Vidal ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກູ​ຍບາ ທີ່ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແມ່ນ​ພະຍາຍ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ຂອງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​​ເຊິ່ງລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​​ໄດ້ເພີ່ມ​ພູນ​ຄູນ​ສ້າງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຍາມ​ໃດ ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ກໍ່​ສະ​ຫງວນ​ອາລົມ​ຈິດ​ອັນ​ສະໜິດສະໜົມ ​ແລະ ອົບ​ອຸ່ນໃຫ້​ແກ່​ປະຊາຊົນ ກູ​ຍບາ. ປະຊາຊົນ 2 ປະ​ເທດ​ຄວນ​ສືບ​ຕໍ່​ຮັກສາ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​​ນ້ຳ​ໃຈ​ມິດຕະພາບ, ຄວາມສາມັກຄີ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມສະ​ໜິດ​ຕິດ​ພັນ​ລະຫວ່າງ 2 ປະ​ເທດ ຢ່າງ​ບໍ່​ຢຸດ​ຢັ້ງ.

    ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ ສື່ສານ ກູ​ຍບາ Wilfredo Gonzales Vidal ​ໃຫ້​ຮູ້​ວ່າ: ກູ​ຍບາ ​ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​ຫຼາຍ​ຢ່າງ​ກ່ຽວ​ກັບການພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ມີ​ປະ​ໂຫຍ​ດ​ທີ່​ສຸດໃຫ້​ແກ່ ກູ​ຍບາ​ ​ໃນ​ວິວັດ​ການຈັດ​ຕັ້ງ ​ແລະ ກໍ່ສ້າງ​ລະບົບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ