ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ລາຍເຈົາ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ລາຍເຈົາ - ảnh 1
ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ໄປ​ຢ້ຽມຢາມ​ຮາກ​ຖານ​ລ້ຽງ​ປາ​ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ​ໄຟຟ້າ​ນ້ຳຕົກ ຈູ​ວາ
(ພາບ: VGP/Từ Lương)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/4, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ລາຍ​ເຈົາ ​ເຊິ່ງ​ແມ່ນ​ແຂ​ວງພູດ​ອຍທາງ​ພາກ​ເໜືອ ຫວຽດນາມ. ​ເພື່ອປະຕິບັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຊຸມ​ປີ​ຕໍ່​ໄປ, ​ແຂວງ​ ລາຍ​ເຈົາ ສະ​ເໜີ 7 ບັນຫາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ແລະ ຄະນະ​ປະຕິບັດ​ງານ​ຄື: ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ແຫຼ່ງ​ເງິນ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ​ເຄືອ​ຂ່າຍ​ໄຟຟ້າ​​ໃນ​ເຂດຕົວ​ເມືອງ, ​ເພີ່ມ​ເມືອງ ນ້ຳ​ຍູ່​ນ (Nam Nhun) ​ຕື່ມ​ອີກເຂົ້າ​ບັນຊີ​ລາຍ​ຊື່​ເມືອງ​ທຸກ​ຍາກ ຕາມ​ຂໍ້​ຕົກລົງ 30a ຂອງ​ລັດຖະບານ, ​ເພີ່ມ​ທຶນ​ເພື່ອ​ໃຫ້​ແຂວງ​ສືບ​ຕໍ່​ປະຕິບັດ​ໂຄງການ​ສ້າງ​ໂຮງຮຽນ​ຖາວອນ ​ແລະ ບັນດາ​ໂຄງການ​ຊັບຊ້ອນ​, ຈັດ​ໃຫ້​ຊຸມ​ຊົນ​ອາ​ໄສ​ເຕົ້າ​ໂຮມ​ຢູ່​ບັນດາ​ຕາ​ແສງ, ບ້ານ​ໃກ້​ເຂດ​ຊາຍ​ແດນ..​.​ ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໃສ່​ໃຈ​ໃຫ້​ແຂວງ​ ລາຍ​ເຈົາ ວ່າ​ຈຶ່ງສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ວຽກ​​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ງານ​ຊົນນະບົດ, ຮັບປະກັນ​ນ້ຳ​​ໃຊ້ໃຫ້​ແກ່ປະຊາຊົນ​​ໃນເຂດ​ພູດ​ອຍ, ລົງທຶນ​​ໃຫ້ພື້ນຖານດ້ານ​ວັດຖຸ, ອຸປະກອນການ​ສິດສອນ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຖັນ​ແຖວ​ຄູ່​ອາຈານ ​ແລະ ນັກ​ຮຽນ​ຢູ່ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊາຍ​​ແດນ​ເປັນ​ຢ່າງ​ດີ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/4, ​ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ຢ່າ​ວຊານ (Dao San), ​ເມືອງ ຟອງ​ໂຖ (Phong Tho) ​ແລະ ​ໄປ​ຢ້ຽມຢາມ​ຮາກ​ຖານ​ລ້ຽງ​ປາ​ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ​ໄຟຟ້າ​ນ້ຳຕົກ ຈູ​ວາ, ຕາ​ແສງ ​ເຊີນ​ບິນ, ​ເມືອງ​ຕາມ​ເດື່ອງ, ​ໂຮງຮຽນ​ປະຖົມ ​ແທ່ນ​ຊີ​ນ (Then Sin).

ຂ່າວ/ບົດ​ອື່ນ