ຮອງນາຍົກລັດຖະມົນຕີ ຫວູ້ດຶກດາມເຮັດວຽກ ຢູ່ແຂວງແຄງຮວາ


ຮອງນາຍົກລັດຖະມົນຕີ ຫວູ້ດຶກດາມເຮັດວຽກ ຢູ່ແຂວງແຄງຮວາ - ảnh 1
 (ພາບ : VGP/Đình Nam)

(vovworld)- ວັນ​ທີ 18/7, ທ່ານຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານຫວຽດນາມ ​ໄດ້​ເຮັດ​ວຽກ​ກັບຄະນະ​ກຳມະການ ປຊຊ ​ແຂວງ​ແຄງ​ຮວາ ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົມ​ຂອງ​ແຂວງ ​ໃນ 6 ​ເດືອນ​ຕົ້ນປີ 2014. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ, ​ເປັນ​ເຈົ້າການ​ຂອງ​ແຂວງ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່ ເສດຖະກິດ, ສັງຄົມ. ສຳລັບ​ຂົງ​ເຂດ​ສາທາລະນະ​ສຸກ, ຕ້ອງ​ມີ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ແກ້​ໄຂ, ໜູນ​ຊ່ວຍ​ບັນດາ​ໂຮງໝໍ​ນອກ​ລັດ​ເພື່ອ​ດຶງ​ດູດ​ການຫັນວຽກ​ງານ​ລົງທຶນ​ເປັນ​ວຽກ​ງານ​ຂອງ​ສັງຄົມ, ພ້ອມ​ທັງ​ສົມທົບ​ກັນ​ດຶງ​ດູດ​ຖັນ​ແຖວ​ພະນັກງານ​ການ​ແພດ​ເກັ່ງ​ເພື່ອ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ຂອງ ປຊຊ. ທ່ານຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ສະ​ເໜີ​ແຂວງ​ແຄງ​ຮວາ ຈົ່ງ​ຮ່ວມ​ມື​ກັບ​ບັນດາ​ມະຫາວິທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ເພື່ອ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ.

ກ່ອນຫນ້ານັ້ນ ວັນ​ທີ 17/7 ຢູ່ ນະຄອນ ຟານຣາງ ​- ທາບຈາມ ​ແຂວງ ນີງຖ້ວນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ພະ​ແນ​ກວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ສະຫະ​ສະມາຄົມ​ທ່ອງ​ທ່ຽວ ຂອງ 14​ແຂວງ ທາງ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ການທ່ອງທ່ຽວ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ເຖິງ​ວ່າຂະ​ແຫນງທ່ອງ​ທ່ຽວບັນດາ​ແຂວງ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ ມີ​ບັນດາ​ບາດກ້າວ​ພັດທະນາ​ກໍ​ຕາມ ​ແຕ່​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ ຍັງ​ມີ​ຄວາມ​ຈຳກັດ​ຢູ່.  ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເຫ​ນີ ບັນດາ​ທ້ອງ​ຖິ່ນ ຄວນ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ສຳພັນ​ນຳ​ກັນ ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ສຳ​ຫລວດ​ກວດກາ​ຄືນ​ການວາງ​ແຜນ​ກຳນົດ​ການ​ພັດທະນາ, ປ່ຽນ​​ແປງ​ກົນ​ໄກ​ໃນ​ການ​ດຶງ​ດູດ​ແຫ​ລ່ງ​ເງິນ​ລົງທຶນ​ພັດທະນາ​ການທ່ອງທ່ຽວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ສະ​ເຫ​ນີ ກົມ​ໃຫຍ່​ທ່ອງ​ທ່ຽວ, ສະຫະ​ສະມາຄົມ​ທ່ອງ​ທ່ຽວ ຄວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ນຳ​ຂະ​ແຫນງ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແຫນງ​ເສດຖະກິດ​ປາຍ​ແຫລມ​ໃນ​ໄລ​ຍະ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ