ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານໄຟ​ຟ້າ​ໃຊ້ພະລັງຄວາມ​ຮ້ອນ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານໄຟ​ຟ້າ​ໃຊ້ພະລັງຄວາມ​ຮ້ອນ  - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​
ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ພະລັງຄວາມ​ຮອນ)


(vovworld) – ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ໄຟ​ຟ້າ​ໃຊ້ພະລັງຄວາມ​​ຮ້ອນ ທັງ​ລອງ, ຖືກດຳ​ເນີນ​ໄປ​ໃນ​ວັນ​ທີ 23/10, ຢູ່​ເມືອງ​​ແຮ​ວ່ງ​ໂບ່, ​ແຂວງ​ກວາງ​ນິງ. ​ທີ່​ພິ​ທີ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ໄດ້ຮຽກຮ້ອງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ທີ່​ກ່ຽວຂ້ອງ ສົມທົບ​ກັບ​​ແຂວງ​ກວາງ​ນິງ ​ແລະ ​ເຈົ້າ​ຂອງ​ໂຄງ​ການ​ເພື່ອ​ຊຸກຍູ້​ລະດັບ​ຄວາມ​ຄືບ​ໜ້າ​ຂອງ​ກິດຈະກຳ ດ້ວຍ​ຈຸດໝາຍ​ລວມ​ແມ່ນ ຮັບປະກັນ​ຄຸນ​ນະພາ​ບ, ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ. ​ແຂວງ​ກວາງ​ນິງຕ້ອງ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ເຈົ້າ​ຂອງ​ໂຄງ​ການຜັນ​ຂະຫຍາຍ​ວຽກ​ງານ​ບຳລຸງສ້າງ​ ແລະ ສອນວິຊາ​ຊີບ​ໃຫ້​ຄົນ​ງານ​ຢູ່​ກັບ​ທີ ​ເພື່ອ​ສາມາດ​ເຂົ້າ​ເຮັດ​ວຽກ​​ຢູ່ໃນ​ໂຮງງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ທັງ​ລອງ, ປະກອບສ່ວນຫັນ​ໂຄງ​ປະກອບ​ແຮງ​ງານຂອງ​ແຂວງ.

   ໂຮງງານ​ໄຟ​ຟ້າ​ພະລັງຄວາມ​​ຮ້ອນ ທັງ​ລອງ ​ແມ່ນ​ໂຮງງານ​​ໄຟ​ຟ້າພະລັງຄວາມ​​ຮ້ອນ ​ເອກະ​ຊົນ​​ແຫ່ງທຳ​ອິດ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເມື່ອ​ວັນ​ທີ 29/07/2011.

ຂ່າວ/ບົດ​ອື່ນ