ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໃຫ້ການຕ້ອນຮັບລັດຖະມົນຕີອຸດສາຫະກຳ - ການຄ້າ ສ. ເຊັກ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໃຫ້ການຕ້ອນຮັບລັດຖະມົນຕີອຸດສາຫະກຳ - ການຄ້າ ສ. ເຊັກ - ảnh 1

ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ສ. ​​ເຊັກ

(ພາບ: Doãn Tấn/ ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 21/1, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ - ການ​ຄ້າ ສາທາລະນະ​ລັດ ​ເຊັກ ​ໂດ​ຍທ່ານ​ລັດຖະມົນຕີ Martin Kuba ນຳ​ໜ້າ ທີ່ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ເຂດ ​ເອີ​ລົບ​ຕາ​ເວັນ​ອອກ ​ເປັນ​ສຳຄັນ, ​ພິ​ເສດ​ແມ່ນ ສ. ​ເຊັກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ເລື່ອງ ​ເຊັກ ຮັກສາ​ການ​ສະຫຼອງ​ທຶນ ODA ​ໃຫ້​ແກ່​ຫວຽດນາມ ພ້ອມ​ທັງ​ສະ​ເໜີ​ໃຫ້​ລັດຖະບານ  ​ເຊັກ ສືບ​ຕໍ່​ສະໜອງ ​ແລະ ​ເພີ່ມ​ເຕີມ​ທຶນ ODA ​ໃຫ້​ແກ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ, ອຸດສາຫະກຳ​ເບົາ ​ແລະ ນຳ​ໃຊ້​ພະລັງງານ​ຄືນ​ໃໝ່. ​ໃນ​​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຊອກ​ຫາ​ບັນດາ​ຂົງ​ເຂດ​ບຸລິມະສິດ​ການ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ. ທ່ານ Martin Kuba, ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ - ການ​ຄ້າ ​ເຊັກ ຢືນຢັນວ່າ:  ບັນດາ​ຂົງ​ເຂດ​ເຊິ່ງຫວຽດນາມ ພວມ​ຕ້ອງ​ການ​ໄດ້ຮັບ​ການ​ພັດທະນາ, ​ເຊັກ ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຕອບ​ສະໜອງ ​ແລະ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​​ເພື່ອນຳ​ການ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້ນັບ​ມື້​ນັບ​ພັດທະນາ.

 

ຂ່າວ/ບົດ​ອື່ນ