ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ ກິມມຽງຊູ, ເຮັດວຽກກັບລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ....
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແລະ  ທ່ານລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ

ໃນຂອບເຂດການເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີແຕ່ວັນທີ 18-23 ພະຈິກ, ວັນທີ 20 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ ກິມມຽງຊູ, ເຮັດວຽກກັບລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ. ທີ່ການພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ສະແດງຄວາມຫວັງຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການປະຕິຮູບ, ພັດທະນາທາງດ້ານຕຸລາການ ແລະ ກົດໝາຍ.

    ໃນການເຮັດວຽກກັບທ່ານລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ສະເໜີ 2 ຝ່າຍຈົ່ງລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ ແລະ ການຄ້າລະຫວ່າງຫວຽດນາມ- ສ.ເກົາຫຼີໂດຍໄວ. ກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ແລະ ກະຊວງຕຳຫຼວດຫວຽດນາມສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າ-ອອກເມືອງ ແລະ ພັກອາໄສໃຫ້ແກ່ພົນລະເມືອງ 2 ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ